bih.button.backtotop.text

ກໍາລັງໃຈທີ່ສົ່ງຜ່ານຈາກເດັກຍິງໂຕນ້ອຍສູ່ການປິ່ນປົວມະເລັງເມັດເລືອດຂາວ

ພໍ່ຕ້ອງຢູ່ເພື່ອລູກ ພໍ່ຕ້ອງເຊົາສຽງຜ່ານສາຍໂທລະສັບຈາກເອທິໂອເປຍ ຂອງເດັກຍິງອາຍຸ 3 ປີ ທີ່ສົ່ງຄວາມຫ່ວງໃຍໃຫ້ກັບພໍ່ຂອງລາວທີ່ເປັນມະເລັງເມັດເລືອດຂາວແລະນັ້ນເຮັດໃຫ້ທ່ານ Ashebir Yimam ຫມັ້ນໃຈຍິ່ງຂື້ນກັບການຕັດສິນໃຈມາປົວຢູ່ທີ່ສູນມະເລັງ Horizon ໂຮງຫມໍ ບໍາຣຸງຣາດ
       
ເລີ້ມຈາກຊ່ວງປີ 2014 ເປັນຊ່ວງເວລາທີ່ຜິກຜັນຂອງທ່ານ Ashebir Yimam ໃນຕອນນັ້ນເປັນຝ່າຍ Data Collector ຂອງບໍລິສັດແຫ່ງຫນຶ່ງໃນເອທິໂອເປຍ ລາວເລີ້ມມີອາການເມື່ອຍຫລາຍຜິດປົກກະຕິ ຈົນບໍ່ສາມາດໄປ ເຮັດ ວຽກໄດ້ ແລະເຂົ້າຮັບການປິ່ນປົວທີ່ໂຮງຫມໍທ້ອງຖິ່ນ “ຕອນທໍາອິດບໍ່ຄິດເລີຍວ່າເຮົາຈະເປັນຫຍັງ ເພາະຮ່າງກາຍແຂງແຮງດີ ກໍ່ຄິດວ່າຄົງຈະເຮັດວຽກຫລາຍເກີນໄປ ເລີຍເມື່ອຍ ແຕ່ເມື່ອແພດກວດຢ່າງລະອຽດກໍ່ພົບວ່າເປັນມະເລັງເມັດເລືອດຂາວ” ທ່ານໄດ້ກ່າວເຖິງຈຸດເລີ້ມຕົ້ນຂອງການເຈັບປ່ວຍ
       
“ເມື່ອຕັ້ງສະຕິໄດ້ ກໍ່ກັບມາປຶກສາຄອບຄົວ ແລະເພື່ອນຮ່ວມວຽກ ເຊິ່ງຕອນນັ້ນທາງບໍລິສັດກໍ່ໄດ້ແນະນໍາໂຮງຫມໍທີ່ດີ ແລະມີການປິ່ນປົວທີ່ມີຊື່ສຽງຫລາຍໃຫ້ 2 ປະເທດ ຄືປະເທດອິນເດຍແລະປະເທດໄທ” Ashbir Yiman ເລົ່າຕໍ່ເຖິງການຕັດ ສິນໃຈ ທີ່ຄ້ອນຂ້າງຈະວ່ອງໄວໃນການປິ່ນປົວມະເລັງຂອງເຂົາເອງ ເຊິ່ງໃຊ້ເວລາພຽງອາທິດດຽວໃນການຫາຂໍ້ມູນແລະ ເລືອກທີ່ຈະມາສູນ Horizon ໂຮງຫມໍບໍາຣຸງຣາດ


ເຫດຜົນໃນການເລືອກປິ່ນປົວຢູ່ປະເທດໄທ

         
“ໃນຊ່ວງທີ່ຕ້ອງຕັດສິນໃຈນັ້ນ ມີຂໍ້ມູນຫລາຍຢ່າງທີ່ແພດປະຈໍາບໍລິສັດແນະນໍາທັງເລື່ອງການປິ່ນປົວທີ່ທັນສະ ໄຫມແລະດີກວ່າ ເລື່ອງການເບິ່ງແຍ່ງແບບຄົບວົງຈອນ ລວມເຖິງຄວາມມີຊື່ສຽງຂອງໂຮງຫມໍບໍາຣຸງຣາດ ເຮັດໃຫ້ຂ້ອຍເດີນທາງມາປິ່ນປົວຢູ່ບ່ອນນີ້” ນັ້ນເປັນເຫດຜົນທີ່ທ່ານ Ashebir Yimam ເລືອກທີ່ຈະມາປິ່ນປົວຢູ່ທີ່ນີ້ ເຊິ່ງລາວມາພ້ອມກັບເອື້ອຍແຕ່ຄົນດຽວ ຈຶ່ງເຮັດໃຫ້ສະພາບຈິດໃຈໃນຕອນທໍາອິດຂອງລາວເປັນກັງວົນ.
 

ຊ່ວງການປິ່ນປົວທີ່ເຫມືອນດັ່ງລົດໄຟເຫາະ

       
ການປິ່ນປົວໃນຊ່ວງທໍາອິດນັ້ນ ຄົນເຈັບຫລາຍຄົນມັກຈະປະສົບບັນຫາທາງດ້ານຈິດໃຈແດ່ ອາດເຮັດໃຫ້ຮູ້ສືກວ່າອາການຂື້ນໆລົງໆ ບາງມື້ດີ ບາງມື້ບໍ່ດີ ເຊິ່ງທ່ານ Ashebir Yimam ໄດ້ເລົ່າໃຫ້ຟັງເຊັ່ນກັນ ລາວເລົ່າວ່າເຫມືອນການໄດ້ນັ່ງລົງໄຟເຫາະ ທີ່ມີທັງຍິ້ມແຍ້ມແລະຮູ້ສືກຢ້ານ ສະລັບກັນໄປ ເຂົາຕ້ອງໄດ້ເຮັດຄີໂມທັງຫມົດ 6 ຮອບ ແລະຕ້ອງເຮັດທຸກໆ 21 ວັນ ທຸກຢ່າງກໍ່ອອກມາດີ ເຂົາມີຄວາມຫວັງເຕັມປ່ຽມຫລາຍຂື້ນ ແຕ່ທ້າຍສຸດເມື່ອແພດ ວີຊຽນ ແພດຜູ້ຮັບຜິດຊອບໄດ້ບອກກ່ຽວກັບການປິ່ນປົວແບບ Stem Cell ຫລືການປູກຖ່າຍໄຄ່ກະດູກ ຈະເຮັດໃຫ້ລາວເຊົາມະເລັງເມັດເລືອດຂາວແນ່ນອນ 100 %
 
        “ທ່ານຫມໍວິຊຽນບອກຂ້ອຍວ່າ ການປິ່ນປົວແບບ Stem Cell ເຮັດໃຫ້ຂ້ອຍເຊົາໄດ້ແນ່ນອນ ຂ້ອຍດີໃຈຫລາຍແລະຜົນການກວດເອື້ອຍຂ້ອຍ ຫມໍບອກໃຊ້ Stem Cell ຈາກເອື້ອຍໄດ້ພໍດີ ເອື້ອຍຂ້ອຍຈະເປັນຄົນທີ່ໃຫ້ຊີວິດໃຫມ່ກັບຂ້ອຍໄປພ້ອມໆກັນ ຂ້ອຍດີໃຈຫລາຍ” ລາວເລົ່າດ້ວຍຮອຍຍິ້ມ
 

ການປິ່ນປົວດ້ວຍເຕັກໂນໂລຍີແລະຄອບຄົວ


        ກວ່າ 8 ເດືອນທີ່ເຮັດໃຫ້ລາວຕ້ອງຫ່າງໄກຈາກບ້ານແລະຄອບຄົວ ເຮັດໃຫ້ມີບາງຄັ້ງທີ່ຮູ້ສືກທໍ້ແທ້ ແຕ່ກໍ່ໄດ້ຮັບກໍາລັງໃຈນ້ອຍໆຈາກລູກສາວຂອງລາວ ເຮັດໃຫ້ລາວກ້າວຕໍ່ໄປໄດ້ “ພໍ່ຕ້ອງຢູ່ເພື່ອລູກ ພໍ່ຕ້ອງເຊົາ ພໍ່ກັບມາໄວໆເດີ້ ລູກຄິດຮອດພໍ່” ຄໍາເວົ້າຜ່ານໂທລະສັບທາງໄກ ທີ່ເຮັດໃຫ້ທ່ານ Ashebir Yimam ມີກໍາລັງໃຈແລະຕໍ່ສູ້ກັບພະຍາດນີ້ໃນລະຫວ່າງທີ່ຮັບການປິ່ນປົວ “ຖ້າຖາມວ່າກັງວົນບໍ່ວ່າມະເລັງເມັດເລືອດຂາວຈະເກີດຂື້ນກັບຄົນໃນຄອບຄົວຂ້ອຍບໍ່ ຂ້ອຍກໍ່ໄດ້ຖາມມທ່ານຫມໍວີຊຽນ ແຕ່ທ່ານຫມໍບອກວ່າບໍ່ກ່ຽວກັນ ຂ້ອຍກໍ່ເລີຍບໍ່ກັງວົນແລະຫມັ້ນໃຈໃນໂຕທ່ານຫມໍຫລາຍ ເຖິງແມ່ນວ່າປ້າຂອງຂ້ອຍຈະເຄີຍເປັນມະເລັງເຕົານົມເມືອດົນມາແລ້ວກໍ່ຕາມ ແລະຍິ່ງໄດ້ພົບກັບຫມໍທີ່ເກັ່ງ ເຕັກໂນໂລຍີການປິ່ນປົງທີ່ດີພ້ອມ ເລີຍຫາຍຫ່ວງໄປເລີຍ” ລາວເລົ່າເຖິງກໍາລັງໃຈທີ່ດີທີ່ສຸດຂອງລາວ


ຄວາມປະທັບໃຈທີ່ຢາກບອກຕໍ່

 
        “ຂ້ອຍຢາກຂອບໃຈທັງທ່ານຫມໍ ທີ່ເຮັດໃຫ້ຂ້ອຍໄດ້ກັບມາຫາຄອບຄົວ ແລະໃຊ້ຊີວິດເພື່ອລູກໄດ້ອີກຍາວນານ ແລະໃນຊ່ວງການປິ່ນປົວ ທັງການເຮັດຄີໂມ ແລະ ການປິ່ນປົວແບບ Stem Cell ກໍ່ຕ້ອງຂອບໃຈພະຍາບານທຸກຄົນທີ່ເບິ່ງແຍ່ງເອົາໃຈໃສ່ດີມາຕະຫລອດ ຕ້ອງຂອບໃຈອີກຫລາຍໆ ຄົນທີ່ຂ້ອຍກໍ່ບໍ່ຮູ້ຈັກຊື່ ຮູ້ແຕ່ວ່າເຂົາເຈົ້າເບິ່ງແຍ່ງຂ້ອຍດີຫລາຍ ຂອບໃຈນາຍແປທີ່ເຮັດໃຫ້ການປິ່ນປົວສະດວກ ແລະເມື່ອໄດ້ກັບເອທີໂອເປຍ ຂ້ອຍຖືກສໍາພາດລົງວາລະສານແລະລາຍການໂທລະທັດເຖິງການເປັນຜູ້ທີ່ໄດ້ຊີວິດໃຫມ່ຈາກປະເທດໄທ ເປັນຜູ້ລອດຊີວິດຈາກມະເລັງເມັດເລືອດຂາວ ແນ່ນອນວ່າຂ້ອຍຈະເວົ້າເຖິງສູນມະເລັງ Horizon ແຫ່ງນີ້ດ້ວຍທີ່ໄດ້ໃຫ້ຊີວິດໃຫມ່ກັບຂ້ອຍ” ທ່ານ Ashebir Yimam ກ່າວປິດທ້າຍ
 
For more information please contact:

Related Packages

Related Health Blogs