bih.button.backtotop.text

ອະນາຄົດອັນສົດໃສທີ່ເສັ້ນຂອບຟ້າກັບນະວັດຕະກໍາການປິ່ນປົວມະເລັງປອດດ້ວຍພູມຄຸ້ມກັນຂອງໂຕເອງ

ເຊື່ອວ່າຜູ້ອ່ານຫລາຍທ່ານຄົງເຄີຍໄດ້ຍິນຄໍາວ່າ “ພູມຄຸ້ມກັນບໍາບັດ” ມາແດ່ແລ້ວ, ແຕ່ວ່າ “ພູມຄຸ້ມກັນບໍາບັດ” ນີ້ແມ່ນຫຍັງແທ້

ຖ້າຈະສະຫລຸບກັນສັ້ນໆແລ້ວ ພູມຄຸ້ມກັນບໍາບັດກໍ່ຄືການໃຊ້ພູມຄຸ້ມກັນຂອງຮ່າງກາຍເຮົາເອງຕໍ່ສູ້ກັບມະເລັງຮ້າຍ. ປະຈຸ ບັນນີ້ ເຮົາສາມາດນໍາຫລັກການພູມຄຸ້ມກັນບໍາບັດມາປິ່ນປົວພະຍາດໄດ້ຫລາຍຊະນິດ ແລະການຄົ້ນຄວ້າລ່າສຸດກໍ່ສະແດງໃຫ້ເຫັນພູມ ຄຸ້ມກັນບໍາບັດ ສາມາດເພີ້ມອັດຕາການມີຊີວິດໃນຄົນເຈັບ “ມະເລັງໄລຍະແພ່ລ່າມ” (ມະເລັງໄລຍະແພ່ລ່າມເຊິ່ງມີການກະຈາຍຂອງ ເຊວມະເລັງໄປອະໄວຍະວະອື່ນໆ ນອກຈາກອະໄວຍະວະຕົ້ນກໍາເນີດ) ໄດ້ຫລາຍເທົ່າໂຕ ຈຶ່ງຖືເປັນອາວຸດອັນຊົງປະສິດທິພາບໃນການ ຕໍ່ສູ້ກັບມະເລັງ

“ມະເລັງປອດ” ນັບເປັນມະເລັງທີ່ພົບໄດ້ຫລາຍທົ່ວໂລກ ໂດຍແບ່ງເປັນ 2 ຊະນິດຫລັກ ໄດ້ແກ່ ມະເລັງປອດຊະນິດເຊວນ້ອຍ (small cell lung cancer [SCLC]) ກັບມະເລັງປອດຊະນິດເຊວບໍ່ນ້ອຍ (non-small cell lung cancer [NSCLC]) ເຊິ່ງເກືອບ80 ສ່ວນຮ້ອຍ ຂອງຄົນເຈັບມະເລັງປອດຈະເປັນມະເລັງຊະນິດຫລັງ

ກ່ອນຫນ້ານີ້ ການໃຊ້ພູມຄຸ້ມກັນບໍາບັດອາໄສການກະຕຸ້ນພູ້ມຄຸ້ມກັນຂອງຄົນເຈັບດ້ວຍຢາ ເພື່ອໃຫ້ພູມຄຸ້ມກັນມີການໂຈມຕີແລະຂ້າເຊວ ມະເລັງໂດຍກົງພຽງຢ່າງດຽວ ແຕ່ບໍ່ດົນມານີ້ ນັກວິໄຈຫາກໍ້ຄົ້ນພົບໂປຕີນ PD-1 ເຊິ່ງມີບົດບາດໃນການຂັດຂວາງການເຮັດວຽກ ລະບົບ ພູມຄຸ້ມກັນຂອງຄົນເຈັບມະເລັງປອດ ເຮັດໃຫ້ເຊວມະເລັງປອດລຸດພົ້ນໄປໄດ້

ການຄົ້ນພົບທີ່ວ່ານໍາໄປສູ່ທາງເລືອກໃຫມ່ໃນການປິ່ນປົວມະເລັງປອດ ຄືແທນທີ່ຈະກະຕຸ້ນໃຫ້ຮ່າງກາຍຂ້າເຊວມະເລັງ ເອງພຽງຢ່າງ ດຽວ ຕອນນີ້ເຮົາສາມາດ “ປິດສະວິດ” ໂປຕີນທີ່ຂັດຂວາງການເຮັດວຽກຂອງພູມຄຸ້ມກັນໄດ້ອີກດ້ວຍ ເພື່ອເປີດທາງໃຫ້ພູມຄຸ້ມກັນໃນ ຮ່າງກາຍເຂົ້າໄປຈັດການກັບເຊວມະເລັງໄດ້ໂດຍສະດວກ

ຫລັກການອັນເປັນທີ່ມາຂອງວິທີການປິ່ນປົວໃຫມ່ລ່າສຸດທີ່ເອີ້ນວ່າ Immune Checkpoint Therapy ນີ້ຄືຫລັກການດຽວກັບທີ່ ເຮັດໃຫ້ສາດສະດາຈານເຈມ ອັນລິສັນ ແຫ່ງມະຫາວິທະຍາໄລເບີກລີ້ແຄລິຟໍເນຍ ແລະ ສາດສະດາຈານ ທາສຸກູ ຮອນໂຈ ແຫ່ງມະ ຫາວິທະຍາໄລກຽວໂຕ ໄດ້ຮັບລາງວັນໂນແບວສາຂາການແພດຮ່ວມກັນໃນມໍໆນີ້ ໃນປີ 2018 ນີ້ເອງ

ນັບແຕ່ນັ້ນ ອົງການອາຫານແລະຢາ ອາເມລິກາ ໄດ້ອະນຸມັດໃຫ້ໃຊ້ຢາທີ່ມີລິດຢັບຢັ້ງ PD-1 ແລະ PD-L1 (anti PD-1 and PD-L1) ເຊິ່ງໃຊ້ຫລັກການ Immue Checkpoint Therapy ນີ້ໃນການປິ່ນປົວມະເລັງຫລາຍຊະນິດ ລວມເຖິງມະເລັງປອດ ຊະນິດ ເຊວບໍ່ນ້ອຍພ້ອມ, ຍົກຕົວຢ່າງເຊັ່ນ: pembrolizumab, nivolumab, atezolizumab ແລະ durvalumab

 ສະມາຄົມມະເລັງວິທະຍາແຫ່ງອາເມລິກາ ເຖິງກັບປະກາດວ່າຢາເຫລົ່ານີ້ພິກໂສມການປິ່ນປົວມະເລັງປອດຄັ້ງໃຫຍ່ເລີຍ ເພາະເມື່ອ ຫ້າປີກ່ອນນັ້ນ ມີຄົນເຈັບມະເລັງປອດໃນໄລຍະແພ່ລ່າມພຽງ 5 ສ່ວນຮ້ອຍທີ່ມີຊີວິດໂດຍປາດສະຈາກການລຸກລ່າມຂອງພະຍາດ ໄດ້ດົນ ເຖິງຫ້າປີ ແຕ່ໃນປະຈຸບັນ ການປິ່ນປົວແບບ Immune Checkpoint Therapy ເຊັ່ນການໃຊ້ຢາ pembrolizumab ສາມາດເພີ້ມ ຈໍານວນຄົນເຈັບທີ່ມີຊີວິດໄດ້ສູງເຖິງ 15-20 ສ່ວນຮ້ອຍເລີຍ ແລະຫາກໃຊ້ຄວບຄູ່ກັບການປິ່ນປົວແບບເຄມີບໍາບັດ ຫລື ວິທີການອື່ນໆທີ່ ເຫມາະສົມກໍ່ຈະຍິ່ງເພີ້ມອັດຕາການມີຊີວິດຂອງຄົນເຈັບໃຫ້ສູງຂື້ນໄປອີກ

ການປິ່ນປົວດ້ວຍພູມຄຸ້ມກັນບໍາບັດໄດ້ກາຍເປັນນິຍາມໃຫມ່ຂອງການປິ່ນປົວມະເລັງປອດຊະນິດເຊວບໍ່ນ້ອຍຢ່າງແທ້ຈິງ ແລະ Immune Checkpoint Therapy ກໍ່ຖືເປັນມາດຕະຖານໃຫມ່ ທີ່ທັງເສີມສ້າງຄຸນນະພາບຊີວິດແລະ ສ້າງ ຄວາມສຸກກາຍສະບາຍໃຈໃຫ້ກັບຄົນເຈັບ ລວມເຖິງເປັນແສງແຫ່ງຄວາມຫວັງທີ່ຈະ ນໍາໄປສູ່ການເຊົາ ຈາກພະຍາດ ຮ້າຍນີ້ໃນທີ່ສຸດ

 
For more information please contact:

Related Packages

Related Health Blogs