bih.button.backtotop.text

ຖ້າຄິດວ່າຕົວເອງບໍ່ໄດ້ເຈັບປ່ວຍ, ບໍ່ເປັນມະເລັງສາມາດເປັນແຮງພັກດັນທີ່ດີໃນການປິ່ນປົວໃຫ້ເຊົາໄດ້

“ຂ້າພະເຈົ້າຄິດສະເໝີວ່າ ການຄິດບວກ, ການບໍ່ກົດດັນຕົວເອງ, ການຄິດວ່າເຮົາບໍ່ໄດ້ເຈັບປ່ວຍເປັນມະເລັງ, ໃຊ້ຊີວິດເປັນປົກກະຕິ ແລະ ມີຄວາມສຸກຢ່າງທີ່ເຮົາເປັນມານັ້ນຈະເປັນວິທີ ທີ່ເຮັດໃຫ້ເຮົາສາມາດປິ່ນປົວແລະເຊົາຈາກການເປັນພະຍາດອັນຕະລາຍນີ້ໄດ້” ໜຶ່ງໃນຄວາມຄິດດີໆຂອງຄົນເຈັບມະເລັງເຕົ້ານົມ Ms. Tin May Lwin ທີ່ໄດ້ຮັບການປິ່ນປົວຈາກ Horizon Regional Cancer Center ແລະເຮັດໃຫ້ຄົນເຈັບໄດ້ຊີວິດທີ່ສົດໃສກັບຄືນມາແບບດັ່ງເດີມ.

Tin May Lwin ໃນອະດີດເຄີຍເປັນອາຈານສອນທີ່ The University of Computer Studies, Yangon (UCSY) ຈົນຮອດປີ 2551 ຮ່າງກາຍຂອງລາວເລີ້ມມີສິ່ງຜິດປົກກະຕິ ໃນຕອນທຳອິດນັ້ນລາວຄິດແຕ່ວ່າເປັນ ຝີ ຢູ່ດ້ານຂ້າງເຕົ້ານົມຈຶ່ງໄດ້ກິນຢາແລະທາສະໝຸນໄພພື້ນເມືອງ. ໄລຍະທຳອິດ ກ້ອນເນື້ອໄດ້ມີການຍຸບລົງແຕ່ກໍ່ກັບມາເປັນຊ້ຳອີກ ເປັນໆເຊົາໆໄດ້ຮອດ 1 ປີຈົນໃນທີ່ສຸດໝູ່ຂອງລາວທີ່ເປັນຫມໍສັນຍະກຳໄດ້ແນະນຳໃຫ້ລາວໄປກວດຮ່າງກາຍແບບລະອຽດຈົນໄດ້ຮູ້ວ່າຕົນເອງເປັນມະເລັງເຕົ້ານົມ.
  ແນ່ນອນຢູ່ແລ້ວວ່າການເປັນມະເລັງຂອງລາວນັ້ນແມ່ນເລື່ອງທີ່ໃຫຍ່ຫຼາຍ ຈົນເຮັດໃຫ້ລາວລາອອກຈາກວຽກ ແຕ່ໃນຄວາມເປັນຈິງແລ້ວມັນບໍ່ໄດ້ຮ້າຍແຮງຂະຫນາດນັ້ນ ຍ້ອນຄວາມຄິດທີ່ວ່າຕົວເອງບໍ່ໄດ້ເປັນຫຍັງ ”ໃນໄລຍະທຳອິດທີ່ປະກົດມີກ້ອນເນື້ອແຂງໆເກີດຂຶ້ນພ້ອມທັ່ງມີນ້ຳໄຫຼເປັນໄລຍະໆ ໃນເວລານັ້ນຮູ້ເລີຍວ່າມີຄວາມຜິດປົກກະຕິເກີດຂຶ້ນກັບໂຕເອງແນ່ນອນແລະເມື່ອໝູ່ຂອງຂ້າພະເຈົ້າທີ່ເປັນຫມໍແນະນຳໃຫ້ໄປກວດຢູ່ໂຮງໝໍກໍ່ໄດ້ຮູ້ຄວາມຈິງວ່າຕົນເອງເປັນມະເລັງເຕົ້ານົມ ເມື່ອຮູ້ແນວນັ້ນຂ້າພະເຈົ້າກໍ່ຍອມຮັບວ່າຕົນເອງເປັນມະເລັງແລະບໍ່ໄດ້ມີຄວາມກົດດັນຫຍັງເລີຍ ເຮົາມີແຕ່ຍອມຮັບວ່າເຮົາກຳລັງເປັນພະຍາດ ເຮົາເປັນມະເລັງ ເພາະຮູ້ຢູ່ແລ້ວວ່າມັນຕ້ອງປິ່ນປົວໃຫ້ເຊົາດີໄດ້” ລາວໄດ້ເລົ່າເຖິງເລື່ອງການຄິດບວກຂອງນາງໃຫ້ເຮົາຟັງ

 

Shopping ແມ່ນກິດຈະກຳທີ່ຂາດບໍ່ໄດ້ເຖິງແມ້ວ່າຈະເປັນມະເລັງຢູ່ກໍ່ຕາມ

“ໝູ່ຂອງຂ້າພະເຈົ້າແນະນຳວ່າຕ້ອງໄປປິ່ນປົວທີ່ໂຮງໝໍບຳຣຸງຣາດ ຢູ່ປະເທດໄທເດີ້ ເຊິ່ງເຮັດໃຫ້ຂ້າພະເຈົ້າຮູ້ສຶກດີຂຶ້ນເປັນເທົ່າຕົວຍ້ອນຊື່ສຽງແລະການປິ່ນປົວທີ່ຂຶ້ນຊື່ວ່າດີຫຼາຍຈົນເຮັດໃຫ້ຂ້າພະເຈົ້າຫມົດຄວາມກັງວົນໃຈໃນການເຂົ້າຮັບການປິ່ນປົວ. ນອກຈາກນີ້, ກຸງເທບຍັງເປັນເມືອງທີ່ຂ້າພະເຈົ້າມັກຫຼາຍເພາະວ່າຂ້າພະເຈົ້າໄດ້ shopping ຢ່າງຕາມໃຈ” ຄວາມຄິດບວກທີ່ມາພ້ອມກັບຮອຍຍິ້ມແລະສະແດງເຖິງຄວາມເປັນຕົວຂອງຕົວເອງໄດ້ຢ່າງຊັດເຈນ.  ແຕ່ເຖິງວ່າລາວຈະເບິ່ງມີຄວາມສຸກຫລາຍປານໃດແຕ່ແນ່ນອນຊີວິດຄົນເຮົາບໍ່ໄດ້ປູທາງດ້ວຍກີບດອກກຸຫລາບສະເໝີ ທ່ານໝໍກວດເຫັນການແຜ່ກະຈາຍຂອງຈຸລັງມະເລັງໄປຮອດກະດູກ ເຊິ່ງທ່ານໝໍ ວິໄນ ອະລິຍະປະກາຍ ທ່ານໝໍຊ່ຽວຊານມະເລັງປະຈຳສູນ Horizon Regional Cancer Center ໄດ້ກວດຢ່າງລະອຽດແລະໃຫ້ຄຳຕອບທີ່ນາງບໍ່ເຄີຍຄາດຫວັງ. “ທ່ານ ໝໍ ວິໄນ ໄດ້ກວດຮ່າງກາຍຂອງຂ້ອຍຢ່າງລະອຽດແລ້ວກໍ່ກວດເຫັນວ່າ ມະເຮັງໄດ້ລາມໄປຮອດຕ່ອມນ້ຳເຫຼືອງແລະໄດ້ລາມໄປຮອດກະດູກນຳ ເຊິ່ງໝໍໄດ້ເວົ້າກັບຂ້ອຍວ່າ ຂ້ອຍຈະມີຊີວິດຢູ່ໄດ້ແຕ່ 6 ເດືອນເທົ່ານັ້ນ ຕອນນັ້ນຂ້ອຍຮູ້ສຶກຕົກໃຈຫຼາຍແຕ່ຂ້ອຍໄດ້ຕັ້ງສະຕິແລະບອກກັບໂຕເອງວ່າ ຂ້ອຍຕ້ອງເຊົາຈາກພະຍາດຮ້າຍນີ້ແນ່ນອນ”

 

ຂັ້ນຕອນການຮັກສາທີ່ນຳມາເຊິ່ງການສູນເສຍແຕ່ໄດ້ຄວາມສຸກກັບຄືນມາ

“ໃນຂັ້ນຕອນການປິ້ນປົວນັ້ນ ທີມແພດໝໍເພິ້ນໄດ້ປະຕິບັດແບບມືອາຊີບລວມເຖິງພະຍາບານແລະຄົນແປພາສາທີ່ເຮັດໃຫ້ຂັ້ນຕອນທຸກໆຢ່າງຜ່ານໄປດ້ວຍດີແລະເຮັດໃຫ້ຂ້າພະເຈົ້າບໍ່ມີຄວາມກັງວົນໃຈໃດໆເລີຍ” Ms. Tin May Lwin ໄດ້ເລົ່າເຖິງການປິ່ນປົວຂອງນາງ ເຊິ່ງເລີ່ມຕົ້ນດ້ວຍການເຮັດເຄມີບຳບັດ (ການເຮັດຄີໂມ) 3 cycles ແລະໄດ້ປ່ຽນຢາໄປ 3 ຮອບຈົນເຮັດໃຫ້ອາການຢູ່ໂຕ ທາງທີມແພດຈຶ່ງເລີ້ມການຕັດເນື້ອຮ້າຍຖິ້ມ. “ຂ້າພະເຈົ້າໄດ້ບອກກັບໂຕເອງວ່າເມື່ອຕັດສິນໃຈຮັບການປິ່ນປົວທີ່ສູນມະເລັງແຫ່ງນີ້ແລ້ວ ທ່ານໝໍແນະນຳສິ່ງໃດເຮົາກໍ່ເຊື່ອໝັ້ນໃນໂຕເພິ່ນ ທ່ານໝໍໄດ້ຂູດເນື້ອຮ້າຍບ່ອນເຕົ້ານົມອອກພ້ອມທັງສາຍແສງໄປນຳ ແຕ່ວ່າອາການກໍບໍ່ໄດ້ດີຂຶ້ນແຖມຍັງເປັນຮູພ້ອມ ສຸດທ້າຍໝໍກໍ່ເລີຍຕັດສິນໃຈເຮັດ Skin Graft ຈາກການເອົາຊີ້ນບ່ອນສະບັກຫລັງມາໃຊ້ແຕ່ບໍ່ສຳເລັດຜົນແລ້ວກໍ່ປ່ຽນມາເປັນຊີ້ນບ່ອນຫນ້າທ້ອງແທນ ເຊິ່ງໃນຕອນການເຮັດ graft ນັ້ນເຕົ້ານົມອີກຝາກໜຶ່ງຕ້ອງໄດ້ຕັດຖິ້ມພ້ອມ”.

 

ເບິ່ງໂລກໃນແງ່ບວກ ບໍ່ກົດດັນໂຕເອງ ແລະ ເຮັດກິດຈະກຳທຸກໆຢ່າງໃຫ້ຄືກັບຄົນບໍ່ເຈັບເປັນ

ການທີ່ມີກຳລັງໃຈດີ ເບິ່ງໂລກໃນແງ່ບວກ ແລະ ຕໍ່ສູ້ກັບພະຍາດໂດຍບໍ່ກົດດັນໂຕເອງນັ້ນ ຖືວ່າເປັນສິ່ງທີ່ມີຜົນດີຕໍ່ກັບການປປິ່ນປົວມະເລັງແລະເຮັດໃຫ້ລາວມີຄວາມສຸກກັບການໃຊ້ຊີວິດໃນທຸກໆມື້ “ຂ້າພະເຈົ້າຮູ້ສຶກວ່າຈິດໃຈແມ່ນມີຄວາມສຳຄັນຫລາຍໃນການປິ່ນປົວ ຖ້າເຮົາຄິດວ່າເຮົາຈະເຊົາຈາກມະເລັງ ເຮົາກໍ່ຈະເຊົາ ແຕ່ມີເລື່ອງແປກແລະຕະລົກຢູ່ບ່ອນວ່າ ຖ້າເຮົາຄິດວ່າເຮົາບໍ່ຢາກຕາຍ ສ່ວນຫລາຍມັກຈະບໍ່ລອດ” ລາວເວົ້າແລະຫົວໄປນຳ
 
 “ຂ້າພະເຈົ້າເລືອກທີ່ຈະໃຊ້ຊີວິດຢ່າງມີຄວາມສຸກເຖິງແມ້ວ່າຈະເປັນ Heart Failure ພ້ອມ ຊ້ຳບໍ່ໜຳເປັນເບົາຫວານລົງໄຕອີກ ແຕ່ກໍ່ບໍ່ໄດ້ເຮັດໃຫ້ຄວາມສຸກທີ່ມີລົດລົງເລີຍ ຂໍພື້ນທີ່ເວົ້າຫນ່ອຍຫນຶ່ງ ຊ່ວງທີ່ພັກຟື້ນຂ້າພະເຈົ້າຍັງບອກໃຫ້ພະຍາບານພາໄປ shopping ໃກ້ໆໂຮງໝໍເລີຍ”
 
ສິ່ງຫນຶ່ງທີ່ຢາກບອກກັບທຸກໆຄົນທີ່ເປັນມະເລັງຄືວ່າ ບໍ່ຢາກໃຫ້ຄິດວ່າໂຕເອງເປັນມະເລັງ ບໍ່ຕ້ອງຄິດຫາມັນ ແລະ ປະຕິບັດຕາມຄຳສັ່ງໝໍທຸກຢ່າງ ເພາະມັນແມ່ນສູດໃນການໃຊ້ຊີວິດຂອງນາງທີ່ຝາກໄວ້ໃຫ້ແລະຍັງເວົ້າຍ້ຳກ່ອນຈົບບົດສຳພາດອີກວ່າ ນາງຫາກໍ່ກັບຈາກການໄປທ່ອງທ່ຽວແລະ shopping ຢູ່ຍຸໂຣບມາ.
 
For more information please contact:

Related Packages

Related Health Blogs