bih.button.backtotop.text

ການປິ່ນປົວມະເລັງແບບໃຫມ່ທີ່ສູນ Horizon

ຂ່າວດີຈາກຜູ້ຊ່ຽວຊານດ້ານມະເລັງທີ່ໄດ້ໃຫ້ແນວທາງເຖິງຄວາມຫວັງໃຫມ່ໃນການປິ່ນປົວມະເລັງເຕົ້ານົມ

ອົງການອາຫານແລະຢາອາເມລິກາຮັບຮອງການນໍາ ໃຊ້ alpelisib ໃນສ່ວນປະສົມກັບ fulvestrant ເຊິ່ງແມ່ນຢາທີ່ໃຊ້ໃນການບໍາບັດຄົນເຈັບມະເລັງເຕົ້ານົມ. ສ່ວນປະສົມ ນີ້ຈະເພີ້ມປະສິດທິພາບໃນການປິ່ນປົວ ຄົນເຈັບທີ່ມີເຊວ PIK3CA. ອົງການອາຫານ ແລະຢາຍັງໄດ້ຮັບຮອງການບົ່ງມະຕິແບບ therascreen ທີ່ ກວດພົບPIK3CA ທີ່ສາມາດກາຍພັນ ໃນເລືອດ ແລະ ຊິ້ນສ່ວນເນື້ອເຍື່ອອີກດ້ວຍ ເຊິ່ງຈະເຮັດໃຫ້ແພດສາມາດ ປິ່ນປົວມະເລັງ ໄດ້ດີກວ່າເກົ່າ

ຂໍ້ມູນດັ່ງກ່າວໄດ້ຖືກນໍາສະເຫນີໃນກອງປະຊຸມປະຈໍາປີຂອງສະມາຄົມມະເລັງແຫ່ງອາເມລິກາ ເຊິ່ງແມ່ນ ກອງປະ ຊຸມມະເລັງທີ່ໃຫຍ່ທີ່ສຸດໃນໂລກ ທີ່ໄດ້ຈັດຂື້ນໃນວັນທີ 24 ພຶດສະພາ 2019 ໃນກອງປະຊຸມໄດ້ເວົ້າເຖິງການນໍາໃຊ້ alphelisib ຮ່ວມກັບ fulvestrant ທີ່ສາມາດລຸດຜ່ອນການຂະຫຍາຍໂຕຂອງເຊວມະເລັງໃນຄົນເຈັບທີ່ເປັນ ມະເລັງເຕົ້ານົມ ເຊິ່ງປະສິດທິພາບເພີ້ມເປັນສອງເທົ່າຖ້າທຽບໃສ່ການນໍາໃຊ້ fulvestrant ພຽງຢ່າງດຽວ

ໃນກອງປະຊຸມຍັງໄດ້ເປີດເຜີຍຂໍ້ມູນຈາກບົດວິໄຈທີ່ສົ່ງເສີມການນໍາໃຊ້ ribociclib ຄ່ຽງຄູ່ກັບການໃຊ້ຢາຮໍໂມນ ບໍາບັດ. ເຫມາະສໍາລັບຄົນເຈັບໄວກ່ອນຫມົດປະຈໍາເດືອນທີ່ເປັນມະເລັງເຕົ້ານົມຂັ້ນສຸດທ້າຍຫລືໄລຍະແຜ່ລ່າມ ເຊິ່ງ ribociclib ສະແດງໃຫ້ເຫັນເຖິງອັດຕາການເຊົາເກືອບ 50% ຖ້າປຽບທຽບໃສ່ກັບການໃຊ້ຢາຮໍໂມນບໍາບັດ ພຽງຢ່າງດຽວ

ເຖິງຢ່າງໃດກໍ່ຕາມ ອົງການອາຫານແລະຢາອາເມລິກາກໍ່ໄດ້ເຕືອນວ່າ alpelisib ບໍ່ເຫມາະສໍາລັບຄົນເຈັບ ທີ່ມິປະຫວັດຄວາມຜິດປົກກະຕິຜິວຫນັງແບບຮຸນແຮງເຊັ່ນ Steven-Johnson

syndrome, Erythema multiforme (EM), or Toxic Epidermal Necrolysis (TEN)

ການຮັບຮອງຈາກອົງການອາຫານແລະຢາອາເມລິກາໃນການນໍາໃຊ້ alpelosib ຄ່ຽງຄູ່ກັບການໃຊ້ fulvestrant ແລະການບົ່ງມະຕິແບບ therascreen, ພ້ອມກັບຄວາມສໍາເລັດໃນການພັດທະນາການນໍາໃຊ້ ribociclib ຄ່ຽງຄູ່ກັບຮໍໂມນບໍາບັດໃນ ຄົນເຈັບທີ່ມີອາຍຸນ້ອຍ ນີ້ຖືເປັນຂ່າວດີ. ອີງຕາມຄວາມສໍາເລັດໃນແຜນ ປິ່ນປົວແບບປະສົມປະສານນີ້, ອົງການອະນາໄມໃນປະເທດອື່ນໆກໍ່ຫນ້າຈະມີກາຍນໍາໃຊ້ໃນອະນາຄົດ. ຖືໄດ້ວ່າ ເປັນຄວາມຫວັງໃຫມ່ໃຫ້ແກ່ຄົນເຈັບມະເລັງເຕົ້ານົມທົ່ວໂລກທີ່ຈະສາມາດຍືດຊີວິດແບບມີຄຸນນະພາບ.
 
For more information please contact:

Related Packages

Related Health Blogs