bih.button.backtotop.text

ມະເລັງ ກວດພົບໄວ ເພີ້ມໂອກາດໃນການປິ່ນປົວ

Sacroma ມີຄວາມຄ້າຍຄືກັບມະເລັງແບບອື່ນໆ ເມື່ອກວດພົວໄວ ແຜນການປິ່ນປົວແມ່ນຈະຍິ່ງມີປະສິດທະພາບ. ໃນອີກຄວາມຫມາຍຫນຶ່ງ, ຖ້າເຊື້ອມະເລັງຖືກຄົ້ນພົບໃນໄລຍະແຜ່ລ່າມ ອັດຕາການລອດກໍ່ຍິ່ງຫນ້ອຍ

ທ່ານອາດຈະບໍ່ເຄີຍໄດ້ຍິນກ່ຽວກັບມະເລັງ Sarcoma ເນື່ອງຈາກເປັນມະເລັງທີ່ມີຢູ່ຫນ້ອຍ ແຕ່ອັດຕາການເສຍຊີວິດແມ່ນຄ້ອນຂ້າງສູງ. ມະເລັງດັ່ງກ່າວໄດ້ພາກຊີວິດປະມານ 5,270 ຄົນຕໍ່ປີ ໃນຄະນະທີ່ອັດຕາການເປັນແມ່ນ 12,750 ຄົນໃນຈໍານວນ 1.5 ລ້ານຄົນໃນສະຫະລັດອາເມລິກາ. ເພື່ອເປັນການເພີ້ມຄວາມຮັບຮູ້ກ່ຽວກັບມະເລັງຊະນິດນີ້, ເດືອນກໍລະກົດຈຶ່ງຖືກກໍານົດໃຫ້ເປັນເດືອນຂອງ Sarcoma

Sarcoma ແມ່ນມະເລັງຊະນິດທົ່ວໄປທີ່ສາມາດຄົ້ນພົບໄດ້ໃນແຊວກ່ຽວພັນ. ເຖິງແມ່ນວ່າຈະມີSarcoma ຫລາຍຊະນິດ ເນື່ອງຈາກແຊວຈໍາພວກນີ້ສາມາດກາຍເປັນແຊວກະດູກ, ກະດູກອ່ອນ, ເສັ້ນເລືອດແລະສະເຕັມແຊວ, ມະເລັງຊະນິດນີ້ຈຶ່ງຖືກແບ່ງອອກເປັນ 2 ກຸ່ມຫລັກ: ກະດູກ Sarcoma ແລະ ເນື້ອເຍື່ອອ່ອນ Sarcoma


ມະເລັງກະດູກ Sarcoma ແມ່ນຫຍັງ

ອີງຕາມຊື່, ຈະພົບເຫັນໃນກະດູກ ເຊິ່ງຄົນເຈັບຈະຮູ້ສຶກເຈັບບໍລິເວນກະດູກທີ່ໄດ້ຮັບເຊື້ອ ແລະ ຈະເຈັບຍິ່ງຂຶ້ນໃນຕອນຄໍ່າ, ເຈັບຕາມຕົນໂຕແລະບມີການບວມກໍ່ອາດເປັນອີກລັກສະນະທີ່ບົ່ງບອກ.


ມະເລັງເນື້ອເຍື່ອອ່ອນ Sarcoma ແມ່ນຫຍັງ

ເນື້ອເຍື່ອອ່ອນ Sarcoma ມີຫລາຍກວ່າ 50 ຊະນິດ ເນື່ອງຈາກເນື້ອເຍື່ອອ່ອນມີຫລາຍຮູບຮ່າງລັກສະນະ, ນັບຕັ້ງແຕ່ກ້າມຊີ້ນຮອດເສັ້ນປະສາດແລະເສັ້ນເລືອດ. ຄົນເຈັບອາດສັງເກດກ້ອນເບົ້າ (ເຈັບຫລືອາດບໍ່ເຈັບ) ຫລື ອາດບໍ່ມີອສການໃດໆເລີຍ. ສໍາລັບມະເລັງທີ່ກ່ຽວຂ້ອງກັບລະບົບຍ່ອຍ, ອາການເຈັບທ້ອງແມ່ນເປັນສິ່ງບົ່ງບອກ.

ຮອງສາດສະດາຈານ ດຣ ທີຣະ ອຸມສະວະດີ, ແພດຊ່ຽວຊານມະເລັງທີ່ໂຮງຫມໍບໍາຣຸງຣາດອະທິບາຍເພີ້ມວ່າ: “Sarcoma ມີຄວາມຄ້າຍຄືມະເລັງຊະນິດອື່ນໆກໍ່ຄື ຖ້າພົບເຫັນໄວ, ສາມາດເພີ້ມທະວີປະສິດທິພາບການປິ່ນປົວ ພາບ. ໃນອີກຄວາມຫມາຍຫນຶ່ງ, ຖ້າເຊື້ອມະເລັງຖືກຄົ້ນພົບໃນໄລຍະແຜ່ລ່າມ ອັດຕາການລອດກໍ່ຍິ່ງຫນ້ອຍ


ແນວທາງການປິ່ນປົວມະເລັງ Sarcoma

ດຣ ທີຮະ ກ່າວເພີ້ມ: “ການຜ່າຕັດຈະເປັນທາງເລືອກທໍາອິດ, ແຕ່ການຜ່າຕັດພຽງຢ່າງດຽວແມ່ນບໍ່ພຽງພໍ ເນື່ອງຈາກ ມະເລັງ sarcoma ສາມາດແຜ່ລ່າມໄດ້ໄວ. ດັ່ງນັ້ນ, ເຄມີບໍາບັດ ແລະ/ຫລື ລັງສີບໍາບັດຈື່ງຄວນມີແບບຄ່ຽງຄູ່ກັນ. ຜົນການປິ່ນປົວຍັງບໍ່ຢູ່ໃນຂັ້ນທີ່ເພີ່ງພໍໃຈ ສ່ວນຫນຶ່ງກໍ່ແມ່ນຍ້ອນຄວາມຍາກຂອງ sarcoma ທີ່ເຮັດມີຄວາມລ່າຊ້າໃນການພັດທະນາບົດວິໄຈ” ເຖິງຢ່າງໃດກໍ່ຕາມ, ຄວາມລໍ້າຫນ້າຂອງວິທະຍາສາດການແພດເຮັດໃຫ້ເຮົາສາມາດເຂົ້າໃຈກົນໃກແຊວມະເລັງ. ປະຈຸບັນເຮົາສາມາດບໍ່ບັດແບບກໍານົດເປົ້າຫມາຍ ຫລື ຢາທີ່ເລັ່ງໃສ່ສະເພາະແຊວມະເລັງ ບໍ່ຄືເຄມີບໍາບັດທີ່ທໍາລາຍແຊວແບບບໍ່ແບ່ງແຍກ. ໃນຮ່າງກາຍຂອງແຕ່ລະຄົນເຈັບ ຈະມີແຊວມະເລັງທີ່ແຕກຕ່າງກັນ ລວມໄປເຖິງຕອນທີ່ແຜ່ລ່າມໄປສ່ວນອື່ນຂອງຮ່າງກາຍ. ເຖິງຈະແມ່ນຄົນເຈັບດຽວກັນ ແຕ່ແຊວມະເລັງທີ່ແຜ່ລ່າມໄປແຕ່ລະຈຸດຂອງຮ່າງກາຍກໍ່ຈະມີຄວາມແຕກຕ່າງ. ຄວາມແຕກຕ່າງເຫລົ່ານີ້ມີຜົນກັບແຜນການປິ່ນປົວ. Comprehensive Genomic Profiling ທີ່ສູນມະເລັງ Horizon ມີຂໍ້ມູນທີ່ເຮັດໃຫ້ແພດສາມາດວາງແຜນການປິ່ນປົວທີ່ໄດ້ຜົນສູງສຸດສໍາລັບແຕ່ລະທ່ານ.


ເນື່ອງຈາກອາການເບື້ອງຕົ້ນຂອງມະເລັງ Sarcoma ອາດບໍ່ສາມາດເບິ່ງອອກໄດ້ງ່າຍ, ທາງເຮົາຂໍແນະນໍາໃຫ້ທ່ານສັງເກດຕິດຕາມຮ່າງກາຍຂອງທ່ານເອງ. ຖ້າມີຄວາມຜິດປົກກະຕິ ຄວນພົບແພດເພື່ອຮັບການກວດແລະບົ່ງມະຕິທີ່ຖືກຕ້ອງ ແລະ ຮັບການປິ່ນປົວທີ່ທັນເວລາ
 
For more information please contact:

Related Packages

Related Health Blogs