bih.button.backtotop.text

ລັງສີປິ່ນປົວສະເພາະຈຸດ: ອີກກ້າວກະໂດດຂອງເຕັກໂນໂລຍີປິ່ນປົວມະເລັງຕ່ອມລູກຫມາກ

ມະເລັງຕ່ອມລູກໝາກຖືເປັນມະເລັງໃນເພດຊາຍທີ່ພົບຫລາຍ ເປັນອັນດັບສອງຮອງຈາກມະເລັງປອດ ໂດຍຄົນເຈັບມັກຈະມາພົບແພດດ້ວຍປັນຫາການປັດສະວະທີ່ຜິດປົກກະຕິ ແນວທາງການບົ່ງມະຕິຫລັກກໍ່ຄືການກວດເລືອດຫາສານ PSA ເຊິ້ງເປັນໂປຕີນຊະນິດໜຶ່ງ ຫາກຄ່າ PSA ເກີນກໍານົດ ແພດກໍ່ຈະກວດຢືນຢັນດ້ວຍວິທີອື່ນໆຕໍ່ໄປ

          ການຕັດຕ່ອມລູກຫມາກອອກຖືເປັນວິທີທີ່ນິຍົມໃນຄົນເຈັບມະເລັງຂັ້ນຕົ້ນ ແລະເນື່ອງຈາກມະເລັງຕ່ອມລູກຫມາກອາໄສຮໍໂມນເພດຊາຍ (androgen) ໃນການເຕີບໃຫຍ່ ແພດຈຶ່ງອາດແນະນໍາໃຫ້ຕັດຕ່ອມລູກອັນທະອອກ ເພື່ອຈໍາກັດແຫລ່ງຜະລິດຮໍໂມນດັ່ງກ່າວແຕ່ເບື້ອງຕົ້ນ ນອກຈາກນີ້ ຄົນເຈັບຍັງອາດໄດ້ຮັບຢາກົດຮໍໂມນ ຫລື ລັງສີປິ່ນປົວ ບໍ່ວ່າຈະດ້ວຍການສາຍແສງຫລືການຝັງແຮ່ລວມດ້ວຍ

          ແນວໃດກໍ່ຕາມ ການລຸດຮໍໂມນ ອັນຖືເປັນວີທີການປິ່ນປົວຫລັກ ເກືອບຈະບໍ່ໄດ້ຜົນໃນກໍລະນີ “ມະເລັງຕ່ອມລູກຫມາກທີ່ດຶ້ຕໍ່ການປິ່ນປົວດ້ວຍການລຸດຮໍໂມນ” (castrate-resistant prostate cancer [CRPC]) ເຊິ່ງຍັງ ລຸກລ່າມໄດ້ ເຖິງແມ່ນລະດັບຮໍໂມນໃນຮ່າງກາຍຈະຕໍ່າຫລາຍ ເປັນຜົນໃຫ້ຄົນເຈັບກຸ່ມດັ່ງກ່າວມີໂອກາດ ເສຍຊີວິດ ສູງເຊັ່ນດຽວກັນ ແຕ່ການປິ່ນປົວໃຫມ່ລ່າສຸດເຊິ່ງນໍາເອົາຫລັກການຂອງການປິ່ນປົວແບບສະເພາະຈຸດ (targeted therapy)ມາປະຍຸກເຂົ້າກັບການໃຊ້ລັງສີຂ້າເຊວມະເລັງທີ່ໃຊ້ການມາດົນນານ ກໍ່ໃຫ້ຜົນທີ່ຕື່ນເຕັ້ນພໍສົມຄວນ

          ສານລັງສີທີ່ໃຊ້ໃນການປິ່ນປົວນີ້ມີຊື່ວ່າ lutetium-177 (177Lu)-PSMA-617 (Endocyte) ເຊິ່ງປະກອບດ້ວຍສານລັງສີ (lutetium-177) ກັບໂມເລກຸນຂະຫນາດນ້ອຍທີ່ມີຄວາມຈໍາເພາະຕໍ່ໂປຕີນຊະນິດຫນຶ່ງເທິງຜິວເຊວມະເລັງຕ່ອມ ລູກຫມາກສູງ ເມື່ອໂມເລກຸນດັ່ງກ່າວຈັບກັບ ໂປຕີນເທິງຜົວເຊວມະເລັງ ຈະເປີດທາງໃຫ້ Lu-177 ປ່ອຍລັງສີເຂົ້າໄປທໍາ ລາຍເຊວມະເລັງຕ່ອມລູກຫມາກເພື່ອລຸດຂະຫນາດແລະຢຸດການແພ່ກະຈາຍຂອງເຊວໄດ້ໂດຍກົງ ແລະຄວາມຈໍາເພາະ ເຈາະຈົງນີ້ ກໍ່ເຮັດໃຫ້ເຊວອື່ນໆໄດ້ຮັບຜົນຂ້າງຄ່ຽງຫນ້ອຍໄປພ້ອມກັນ ໂດຍ ແພດ ຮອຟແມນ ຈາກສູນມະເລັງ Peter MacCallum ແຫ່ງອົດສະຕາລີ ຫົວຫນ້າທີມວິໄຈເຖິງກັບກ່າວວ່າ “ໃນການສຶກສານີ້ ເຮົາໄດ້ປິ່ນປົວຄົນເຈັບທີ່ຕາມປົກກະ ຕິເຮັດໄດ້ພຽງແຕ່ປິ່ນປົວແບບປະຄັບປະຄອງ (palliative care?”

          ແຕ່ນອກເຫນືອຈາກລັງສີປິ່ນປົວສະເພາະຈຸດທີ່ຍັງຢູ່ໃນຂັ້ນຕອນການພັດທະນາແລ້ວ ເຮົາຍັງມີ enzalutamide ແລະ apalutamide ເຊິ່ງເປັນຢາປິ່ນປົວມະເລັງສະເພາະຈຸດ (targeted therapy) ທີ່ຜ່ານການອະນຸມັດໃຫ້ໃຊ້ໄດ້ໃນທັ້ງຄົນເຈັບມະເລັງຕ່ອມລູກຫມາກັງທີ່ໄວແລະດຶ້ຕໍ່ການປິ່ນປົວດ້ວຍການລຸດຮໍໂມນ ໂດຍຢາ ສອງຊະນິດນີ້ຈະເຂົ້າໄປຈັບກັບໂຕຮັບແອນໂດເຈນເທິງຜົວເຊວມະເລັງຕ່ອມລູກຫມາກ ເພື່ອຂັດຂວາງບໍ່ໃຫ້ເຊວມະເລັງ ໄດ້ຮັບການກະຕຸ້ນຈາກຮໍໂມນດັ່ງກ່າວ ແລະຕາຍໄປໃນທີ່ສຸດ ການສຶກສາພົບວ່າຢາກຸ່ມນີ້ສາມາດ ລຸດຜ່ອນຄວາມຈໍາເປັນໃນ ການຮັກສາດ້ວຍເຄມີບໍາບັດອອກໄດ້ ແລະ ຍືດອາຍຸຂອງຄົນເຈັບໄດ້ຢ່າງດີ

          ຂ່າວສານເຫລົານີ້ສະແດງໃຫ້ເຫັນວ່າ ມະເລັງຕ່ອມລູກຫມາກທີ່ຢູ່ໃນໄລຍະແຜ່ລ່າມ ໂດຍສະເພາະທີ່ດື້ຕໍ່ການປິ່ນປົວດ້ວຍການລຸດຮໍໂມນ ອາດບໍ່ແມ່ນທາງຕັນໃນການປິ່ນປົວ ແລະ ຄວາມກ້າວຫນ້າທາງການແພດອັນບໍ່ຢຸດຢັ້ງຈະນໍາມາເຊິ່ງຄວາມຫວັງໃຫມ່ທີ່ເສັ້ນຂອບຟ້າສະເຫມີ
 
For more information please contact:

Related Packages

Related Health Blogs