bih.button.backtotop.text

ຊີວິດຄົນເຈັບມະເລັງທີ່ອອກແບບໄດ້

“ເຮົາສາມາດກຽມໂຕໄດ້ກ່ອນເຈັບເປັນ ຖືເປັນການອອກແບບຊີວິດໃນອະນາຄົດນັ້ນໄດ້ ບໍ່ຢາກໃຫ້ທຸກທ່ານຄິດວ່າ ເຮົາຄວບຄຸມຊີວິດຂອງໂຕເອງບໍ່ໄດ້ເລີຍ ແມ້ຈະເປັນໄລຍະທ້ານໆຂອງຊີວິດກໍ່ຕາມ ເຮົາສາມາດເຮັດໃຫ້ຊ່ວງເວລາ ນີ້ສວຍງາມໄດ້” ການໃຫ້ຄໍາປຶກສາທີ່ເຂົ້າໃຈຄົນເຈັບ ແລະສ້າງສັນແຜນການດໍາເນີນຊີວິດໄດ້ເຖິງຈະຕ້ອງຈາກ ໄປໃນທີ່ສຸດ

ເຮົາສາມາດກຽມໂຕໄດ້ເຖິງຈະຍັງບໍ່ທັນເຈັບເປັນ ຖືເປັນການອອກແບບຊ່ວງຊີວິດໃນອະນາຄົດນັ້ນໄດ້ບໍ່ຍາກ ໃຫ້ທຸກຄົນຄິດວ່າເຮົາຄວບຄຸມຊີວິດຂອງໂຕເຮົາເອງບໍ່ໄດ້ ແມ້ຈະເປັນໃນໄລຍະທ້າຍໆຂອງຊີວິດກໍ່ຕາມ ເຮົາສາມາດເຮັດໃຫ້ມັນສວຍງາມໄດ້ຫນຶ່ງໃນບົດບາດການໃຫ້ຄໍາປືກສາທີ່ສໍາຄັນຂອງ ທ່ານຫມໍ ຈິນດາ ອຸດົມປັນຍາວິດ Senior Coordination Physician and Family Therapist ປະຈໍາທີ່ຫນ່ວຍປະສານງານການແພດໂຮງຫມໍບໍາຣຸງຮາດ

ຈາກພື້ນຖານຄວາມເຊື່ອໃນການເປັນມະນຸດເຫມືອນກັນທີ່ສ້າງດ້ວຍພະເຈົ້າຂອງທ່ານຫມໍ ຈິນດານັ້ນ ທ່ານຫມໍອາໄສ ຄວາມຈິງໃຈ ຄວາມໃສ່ໃຈແລະການຮັບຟັງຄົນອື່ນເພື່ອທີ່ຈະເຮັດໃຫ້ເຂົ້າເຖິງຈິດໃຈຜູ້ອື່ນໄດ້ ໂດຍທ່ານຫມໍຄິດພຽງວ່າ ເມື່ອ ເຂົາຮັບຮູ້ໃນຄວາມຕັ້ງໃຈຂອງເຮົາ ທຸກໆຢ່າງຈະຜ່ານໄປໄດ້ດ້ວຍດີ ທ່ານຫມໍນໍາຫລັກການນີ້ມາໃຊ້ໃນການເຮັດວຽກສະເໝີ ໃນບົດ ບາດຂອງ Senior Coordination Physician ເຊິ່ງຄືແພດຜູ້ປະສານງານລະຫວ່າງທີມແພດທັງໃນແລະຕ່າງປະເທດ ສໍາ ລັບຄົນເຈັບແລະຄອບຄົວ; ລວມເຖິງທີມງານອື່ນໆໃນໂຮງຫມໍ ໂດຍສະເພາະເມື່ອຄົນເຈັບມີຄວາມສະລັບຊັບຊ້ອນທາງການແພດ ເຊິ່ງບາງຄັ້ງຍາກທີ່ຈະຕັດສິນວ່າຈະດໍາເນີນການປິ່ນປົວແບບໃດ ແລະເມື່ອຕ້ອງຢູ່ໃນລົບການປິ່ນປົວຂອງປະເທດໄທ ທີ່ຄົນເຈັບຕ່າງ ປະເທດເອງກໍ່ບໍ່ລື້ງເຄີຍ

 “ຄົນເຈັບສ່ວນໃຫຍ່ທີ່ເປັນຄົນຕ່າງປະເທດ ເມື່ອຮູ້ວ່າໂຕເອງເປັນມະເລັງແລ້ວ ສະພາບຈິດໃຈກໍ່ບໍ່ດີໃນລະດັບຫນຶ່ງ ເມື່ອ ມາປິ່ນປົວກັບເຮົາແນ່ນອນວ່າລະບົບການປິ່ນປົວໃນປະເທດໄທຈະແຕກຕ່າງກັບໃນປະເທດຂອງເຂົາ ເຮັດໃຫ້ເຂົາບໍ່ຄ່ອຍເຂົ້າໃຈ ການປິ່ນປົວ ບໍ່ເຂົ້າໃຈຫມໍອະທິບາຍ ບໍ່ເຂົ້າໃຈການກຽມໂຕ ທີມຂອງເຮົາກໍ່ຈະຊ່ວຍປະສານໃນຂັ້ນຕອນຕ່າງໆ ຊ່ວຍໂອ້ລົມ ວາງແຜນ ການປິ່ນປົວ ແລະເບິ່ງແຍ່ງທຸກສ່ວນໃນການປິ່ນປົວທັງຫມົດ” ທ່ານຫມໍເລົາເຖິງຫນ້າທີ່ຫລັກຂອງສູນມະເລັງ Horizon ນີ້


ຄົນເຈັບແຕ່ລະຄົນລ້ວນແຕ່ມີພາວະທາງຈິດໃຈທີ່ແຕກຕ່າງກັນ

            ເນື່ອງຈາກທ່ານຫມໍ ຈິນດາ ໄດ້ສຶກສາທາງດ້ານຄູ່ສົມຣົດແລະຄອບຄົວບໍາບັດ (marriage and family therapy) ມາດ້ວຍນັ້ນ  ທ່ານຫມໍຈຶ່ງມີຄວາມເຂົ້າໃຈວ່າແຕ່ລະຄອບຄົວເມື່ອປະສົບບັນຫາທາງການເຈັບປ່ວຍທີ່ຮຸນແຮງຫລືຊໍາເຮື້ອ ວິທີການ ດໍາເນິນຊີວິດກໍ່ຈະປ່ຽນໄປແລະເກິດຜົນກະທົບກັບທັງຄອບຄົວ ເກິດຄວາມກັງວົນແລະທໍ້ແທ້ທາງໃຈທີ່ສາມາດສົ່ງຜົນທາງຮ່າງ ກາຍແລະການປິ່ນປົວອີກດ້ວຍ ທ່ານຫມໍຈຶ່ງເຫັນຄວາມສໍາຄັນຂອງຂະບວນການໃຫ້ຄໍາປຶກສາທາງຈິດສັງຄົມທັງຕໍ່ຄົນເຈັບ ຄູ່ສົມຣົດ ຄົນໃນຄອບຄົວ ຫລຶແມ້ແຕ່ບຸກຄະລາກອນທາງການແພດທີ່ເຂົ້າມາກ່ຽວຂ້ອງ ເພື່ອໃຫ້ການປິ່ນປົວເປັນໄປ ໄດ້ດ້ວຍ ດີແລະ ຖືກຕາມຄວາມຕ້ອງການຂອງຄົນເຈັບແລະແພດ

ທ່ານຫມໍເລົ່າເຖິງເຄສທີ່ຜ່ານມາ ສະແດງໃຫ້ເຫັນເຖິງການເຂົ້າເຖິງບັນຫາໂດຍການໂອ້ລົມ ແລະນໍາໄປສູ່ວິທີການ ປິ່ນ ປົວທີ່ໄດ້ຮັບຜົນທີ່ດີຂື້ນໃນທີ່ສຸດວ່າ “ມີເຄສຫນຶ່ງເປັນຄົນອິນເດຍ ພັນລະຍາເປັນມະເລັງເຕົ້ານົມ ເຊິ່ງຄົນເຈັບເປັນຄົນອາລົມອ່ອນ ໄຫວງ່າຍ ສາມີກໍ່ຫງຸດຫງິດງ່າຍ ຕ້ອງການສິ່ງຕ່າງໆດ້ວຍອາລົມ ເມື່ອໄດ້ເຂົ້າໄປສໍາພັດກັບເຫດການຕ່າງໆໃນຄອບຄົວຂອງຄົນ ເຈັບ ເລີ້ມມີຄວາມສະນິດສະຫນົມ ຈົນຄົນເຈັບໄວ້ໃຈ ແລະເລົ່າເຖິງຊີວິດຄອບຄົວຂອງຄົນເຈັບ ເຮັດໃຫ້ຮູ້ວ່າຄົນເຈັບມີຄວາມຜູກພັນ ກັບສາມີຫລາຍ ເມື່ອຄົນເຈັບອາລົມອ່ອນໄຫວ ສາມີຈະຫງຸດຫງິດກະວົນກະວາຍໃຈທັນທີແລະພະຍາຍາມຊ່ວຍພະຍາຍາມປ່ຽນ ສິ່ງຕ່າງໆທັນທີເພາະຄິດວ່າຈະຊ່ວຍແກ້ບັນຫາແລະລຸດຄວາມກັງວົນຂອງຄົນເຈັບ ແຕ່ຄວາມຈິງແລ້ວກັບເປັນການສ້າງຄວາມກັງ ວົນໃຫ້ຄົນເຈັບແລະທີມທີເບິ່ງແຍ່ງປິ່ນປົວແທນ ຈຸດປ່ຽນແປງເກິດໃນຄັ້ງທີ່ຄົນເຈັບມາດ້ວຍອາການຫອບ ເມື່ອຍບໍ່ເຊົາຈັກເທື່ອ ເຖິງ ຈະປ່ຽນຫມໍປ່ຽນທີມແພດຈັງໃດ ອາການໂດຍລວມກໍ່ບໍ່ດີຂື້ນ ຄົນເຈັບຕ້ອງນອນໂຮງຫມໍດ້ວຍຄວາມຢ້ານ ໃນຂະນະທີ່ສາມີຕ້ອງ ກັບບ້ານໄປເບິ່ງແຍ່ງລູກ ທ່ານຫມໍເລີຍແນະນໍາໃຫ້ສາມີລອງນັ່ງໃກ້ໆຄົນເຈັບແລະຈັບເບິ່ງລະດັບອົກຊີໃນເລືອດທີ່ນິ້ວ ສະແດງໃຫ້ ເຫັນວ່າອາການຫອບເມື່ອຍ ເປັນອາການທາງຈີດໃຈຮ່ວມດ້ວຍ ເຊິ່ງພໍສາມີເຂົ້າມາເບິ່ງອາລົມຂອງຄົນເຈັບດ້ວຍການ ໃຫ້ກໍາລັງ ໃຈຢ່າງເຫມາະສົມ ອາການຂອງຄົນເຈັບກັບດີຂື້ນແບບເຫັນໄດ້ເລີຍ ຈື່ງເຮັດໃຫ້ສາມາເຂົ້າໃຈດີວ່າ ສາມີຂອງລາວຄືຢາທີ່ດີທີ່ສຸດ ແລະເປັນແຮງກະຕຸ້ນໃຫ້ລາວປິ່ນປົວໂຕເອງໄດ້ດີທີ່ສຸດເຊັ່ນກັນ”
 

Palliative Care ການວາງແຜນຊີວິດທີ່ອອກແບບໄດ້

            Palliative Care ເມື່ອກ່ອນນັ້ນຈະຖືກໃຊ້ໃນການເບິ່ງແຍ່ງຄົນເຈັບໄລຍະສຸດທ້ານເທົ່ານັ້ນ ແຕ່ປະຈຸບັນນີ້ທາງໂຮງຫມໍບໍາຣຸງຣາດແລະສູນມະເລັງ Horizon ທີ່ມີເຕັກໂນໂລຍີໃນການປິ່ນປົວມະເລັງທີ່ລໍ້າຫນ້າຫລາຍ ທັງໃນແບບ Immunotherapy (ການຮັກສາລະດັບໂມເລກຸນ ລະດັບກໍາມະພັນ ລະດັບພູມິພາກ) ແລະການເບິ່ງແຍ່ງອາການທາງກາຍຂອງຄົນເຈັບຢ່າງດີ ໄດ້ເຫັນຄວາມສໍາຄັນຂອງການຂະຫຍາຍລະບົບ Palliative Care ກັບຄົນເຈັບມະເລັງໃຫ້ມີການເຂົ້າມາມີບົດບາດຕັ້ງແຕ່ໄລຍະທໍາອິດ

“ຄົນເຈັບສະໄຫມກ່ອນ ເມື່ອບອກວ່າເປັນໄລຍະສຸດທ້າຍ ກໍ່ຈະຍົກຫນ້າທີ່ທ່ານຫມໍ Palliative Care ແຕ່ຕອນນີ້ບໍ່ແລ້ວ ເຮົາສ້າງທີມທີ່ຈະເຂົ້າໄປເບິ່ງແຍ່ງ ແລະເດີນຄ່ຽງຂ້າງກັບຄົນເຈັບແລະຄອບຄົວພ້ອມກັບທີມແພດໃນການປິ່ນປົວ ເຊິ່ງໃນກໍລະນີ ທີ່ຮູ້ວ່າເລີ້ມເປັນມະເລັງອາດມີພາວະອຸກໃຈຫລືທໍາໃຈຍາກ ເຮົາກໍ່ຈະເຂົ້າໄປສ້າງຄວາມສໍາພັນກັບຄົນເຈັບແລະຄອບຄົວ ໃຫ້ເກີດ   ຄວາມໄວ້ວາງໃຈ ເຊິ່ງຈະມີຜົນດີໃນການເບິ່ງແຍ່ງຄົນເຈັບເມື່ອເຂົ້າສູ່ໄລຍະທີ່ເປັນຫນັກຫລືຢູ່ໃນໄລຍະທ້າຍໆ ຊ່ວງລະຫວ່າງທາງ ທີ່ຈະເຖິງຈຸດນັ້ນ ເຮົາຈະເຂົ້າມາໃຫ້ຄໍາປຶກສາຄົນເຈັບແລະຄອບຄົວເຖິງອະນາຄົດ ເຊັ່ນຄົນເຈັບມີເປົ້າຫມາຍຊີວິດແບບໃດ ຕ້ອງຕໍ່ ສູ້ກັບພະຍາດທີ່ຮຸນແຮງ ມີຄວາມຍາກ ຄວາມເຈັບປວດ ເຂົາຈະມີຊີວິດແບບໃດ ຖ້າເຂົາເລີ້ມບໍ່ມີສະຕິ ບໍ່ໄຫວແລ້ວ ຊີວິດໃນບັ້ນປາຍ ເຂົາມີຄວາມຕ້ອງການທີ່ຈະເຫັນມັນເປັນຢ່າງໃດ ຈະສູ່ກັຍພະຍາດເຖິງຈຸດໃດແລ້ວພໍຈະໃສ່ທໍ່ຊ່ວຍຫາຍໃຈຫລືປໍ້າຫົວໃຈໃນໄລຍະ ສຸດທ້າຍບໍ່ ເຊິ່ງແຕ່ລະຄົນໃນຄອບຄົວກໍ່ມີຄວາມຄິດເຫັນທີ່ແຕກຕ່ງກັນ ນອກຈາກຈະຊ່ວຍໃຫ້ການເບິ່ງແຍ່ງໃນໄລຍະສຸດທ້າຍ ຂອງຄົນເຈັບ ເມື່ອເຖິງເວລານັ້ນແທ້ໆຈຶ່ງເປັນໄປໄດ້ງ່າຍແລະກົງຕາມຄວາມຕ້ອງການຂອງຄົນເຈັບນັ້ນ ທາງຄອບຄົວກໍ່ຈະລໍາບາກ ໃຈທີ່ຈະຕັດສິນໃຈໃນຊ່ວງນັ້ນດ້ວຍ ຂໍ້ດີອີກຢ່າງຄືຄອບຄົວຈະໄດ້ສຸກໃຈທີ່ໄດ້ເຮັດໃນສິ່ງທີ່ຄົນເຈັບຕ້ອງການມີຄວາມຊົງຈໍາທີ່ດີ ແລະ ບໍ່ທຸກກັບຄວາມຮູ້ສຶກຜິດຫລືຄວາມບໍ່ຮູ້ ທີ່ມັກເກີດຂື້ນຢູ່ເລື້ອຍໆກັບພີ່ນ້ອງຂອງຄົນເຈັບ” ທ່ານຫມໍ ຈິນດາ ອະທິບາຍ

“ໃນຕອນນີ້ເຮົາລິເລີ້ມທີ່ຈະມີທີມ Compassionate Care ເຊິ່ງເປັນຊື່ທີມໃນລະບົບ Palliative Care ສ່ວນ ທີ່ຂະ ຫຍາຍເຂົ້າມາ ເປັນຂັ້ນຕອນໃນການເບິ່ງແຍ່ງພ້ອມກັບທີມແພດ ໂດຍທໍາຄວາມຮູ້ຈັກກັບຄົນເຈັບແລະຄອບຄົວທັງຫມົດ ມີການ ປະຊຸມກັບພີ່ນ້ອງ ເປີດໃຈໃຫ້ເຂົາສະແດງຄວາມຄິດເຫັຍ ເລື່ອງແບບນີ້ເປັນເລື່ອງທີ່ອ່ອນໄຫວຫລາຍ ຫລາຍໆຄອບຄົວມັກບໍ່ລົມກັນ ຫລືເປັນຄວາມເຊື່ອຂອງຊາດນັ້ນໆ ເຊັ່ນຄວາມເຊື່ອຂອງຄົນຈີນ ຖ້າລົມເລື່ອງຄວາມຕາຍກໍ່ຈະຖືເປັນສິ່ທີ່ບໍ່ດີໃນຄອບຄົວ ບາງຄອບ ຄົວກໍ່ຢາກຈະເກັບຄວາມລັບ ບໍ່ຢາກໃຫ້ຄົນເຈັບຮູ້ ຫລື ຄົນເຈັບບາງຄົນບໍ່ຕ້ອງການໃຫ້ຕິດຕໍ່ພີ່ນ້ອງ” ທ່ານຫມໍ ເລົ່າເຖິງ ອຸປະສັກທີ່ມັກພົບພໍ້ “ເມື່ອເຮົາປະຄັບປະຄອງຈິດໃຈຄົນເຈັບຫລືພີ່ນ້ອງໄດ້ລະດັບຫນຶ່ງ ເຮົາຈະປະເມີນເລື່ອງການບໍາບັດຈິດໃຈ ທີ່ສະເພາະເຈາະຈົງລົງໄປໃນແຕ່ລະຄົນ ເຊິ່ງທາງທີມຄໍາເນືງເຖິງລັກສະນະສະເພາະຂອງແຕ່ລະບຸກຄົນ ຈຶ່ງໄດ້ນໍາຮູບແບບ ການຊ່ວຍທີ່ຫລາກຫລາຍເຊັ່ນ Art Therapy, Music Therapy , Breathing Therapy, Total Relaxation ທັງຫມົດ ນັ້ນຄືການໃຊ້ມິຕິອື່ນໆມາຊ່ວຍ ໃຫ້ເຂົາເຖິງຄວາມຫວັງໃນໃຈ ສາມາດຫາຄວາມຫມາຍດີໆໃນເຫດການທີ່ເກີດຂື້ນໄດ້”
 

ການເບິ່ງແຍ່ງທຸກອົງປະກອບແບບກົມກືນ

            ຈະເຫັນໄດ້ວ່າ Palliative Care ນັ້ນເປັນຫນຶ່ງກົນໄກ ທີ່ຊ່ວຍປະສານໃຫ້ການປິ່ນປົວມະເລັງນັ້ນສະດວກ ລວມເຖິງເປັນຜູ້ຊ່ວຍອອກແບບທີ່ສໍາຄັນ ໃນການວາງແຜນຊີວິດຄົນເຈັບ ນອກຈາກການເອົາໃຈໃສ່ໃນມິຕິຈິດສັງຄົມຂອງຄົນເຈັບ ການເຂົ້າເຖິງລະດັບຈິດວິນຍານ ຄວາມເຊື່ອສ່ວນບຸກຄົນ ຊົນຊາດສາດສະຫນາກໍ່ສໍາຄັນ ເຊິ່ງທາງສູນຈະມີການເຊີນພະຫລືບາດຫລວງເຂົ້າມາໂອ້ລົມກັບຄົນເຈັບແລະພີ່ນ້ອງຢ່າງເຫມາະສົມ ເພື່ອເປັນການເຊື່ອມໂຍງຢ່າງເລິກເຊິ່ງກັບຄວາມຫມາຍຂອງຊີວິດຄົນເຈັບ     

ສຸດທ້າຍນີ້ທາງທີມຮູ້ດີວ່າການໃຫ້ເກີດພາບທີ່ສວຍງາມນີ້ຈະຕ້ອງເປັນການຮ່ວມມືຂອງຫລາຍຝ່າຍ ຈຶ່ງໄດ້ມຸ້ງເນັ້ນທີ່ຈະພັດທະນາລະບົບ ແລະ ສ້າງຄວາມເຂົ້າໃຈໃຫ້ກັບບຸກຄົນທາງການແພດໃນໂຮງຫມໍ ເພື່ອໃຫ້ພະນັກງານເອງໄດ້ເຂົ້າເຖິງ ພາວະຈິດໃຈຂອງໂຕເອງ ແລະສາມາດປະຕິບັດແລະເຂົ້າໃຈຄົນເຈັບແລະຄອບຄົວໄດ້ດີຂື້ນດ້ວຍ ສາມາດໂອ້ລົມ ສື່ສານໃຫ້ຄົນເຈັບ ແລະຄອບຄົວຢ່າງງ່າຍດາຍແລະມີປະສິດທິພາບ

 “ການເວົ້າເຖິງຄວາມຕາຍລ່ວງຫນ້າ ຫລາຍຄົນອາດຢ້ານເຫມືອນເປັນການສາບແຊ່ງ ແຕ່ດ້ວຍຄວາມເຂົ້າໃຈ ວ່າການ ວາງແຜນທີ່ດີ ການໄດ້ມີເວລາໂອ້ລົມແລະກຽມໂຕໂດຍບໍ່ຮີບຮ້ອນ ຢ່າງເປັນຂັ້ນເປັນຕອນ ເຖິງແມ່ນວ່າຕອນທີ່ຍັງ ບໍ່ໄດ້ເຈັບເປັນ ຫຍັງກໍ່ສາມາດກຽມໂຕໄດ້ ດ້ວຍຄວາມຫວັງວ່າເຮົາສາມາດອອກແບບຊີວິດແມ້ໃນຊ່ວງທີ່ເຫມືອນມີຫລາຍຢ່າງທີ່ຄວບຄຸມ ບໍ່ໄດ້ ເຊັ່ນໃນໄລຍະສຸດທ້າຍກໍ່ຕາມ ເຮົາກໍ່ເຮັດໃຫ້ມັນສວຍງາມໄປດ້ວຍກັນໄດ້” ທ່ານຫມໍ ຈິນດາກ່າວສະຫລຸບໄວ້ພ້ອມຮອຍຍິ້ມ
 
For more information please contact:

Related Packages

Related Health Blogs