bih.button.backtotop.text

ກໍາລັງໃຈຈາກມືທີ່ອົບອຸ່ນ ຊ່ວຍໃຫ້ຟື້ນຕື່ນຂື້ນຢ່າງແຂງແຮງ

ຈະມີຈັກຄົນທີ່ຢ້ານວ່າຫາກຫລັບໄປແລ້ວຈະບໍ່ຕື່ນຂື້ນມາອີກ ຈະມີຈັກຄົນທີ່ຢ້ານຄວາມຊົງຈໍາຈະຫາຍໄປ ຈື່ບໍ່ໄດ້ແມ້ແຕ່ ຄົນທີ່ຕົນຮັກ ຈະມີຈັກຄົນທີ່ຕ້ອງປະເຊີນກັບພະຍາດທີ່ບໍ່ຢາກໃຫ້ເກີດຂື້ນເລີຍ ຄວາມຢ້ານເຫລົ່ານີ້ເປັນແຮງພັກດັນ ທີ່ສໍາຄັນ ທີ່ເຮັດໃຫ້ຜູ້ຍິງຄົນຫນຶ່ງ ກ້າວອອກຈາກຄວາມຢ້ານແລະຕັດສິນໃຈປິ່ນປົວທີ່ສູນມະເລັງ Horizon ໂຮງຫມໍບໍາຣຸງຣາດ, ຜູ້ຍິງຄົນນ້ນກໍ່ຄືນັກກົດຫມາຍຍິງຄົນປະເທດຫວຽດນາມ ນາງ Vuong Ngueng This Kieu
 
ເລື່ອງລາວຂອງລາວເລີ້ມໃນຊ່ວງປີ 2014 ດ້ວຍການກວດພົບວ່າລາວເປັນມະເລັງເຕົ້ານົມ “ຕອນທໍາອິດຂ້ອຍເລີ້ມຮູ້ ສຶກວ່າເຈັບໆບໍລິເວນຫນ້າເອິກ ເລີຍໄປພົບແພດ, ກໍ່ມີການກວດແລະເກັບຊີ້ນເນື້ອໄປ ຈົນຫມໍບົ່ງມະຕິວ່າຂ້ອຍເປັນມະເລັງຕ່ອມນໍ້າ ເຫລືອງ ຕອນນັ້ນຮູ້ສຶກຕົກໃຈ ເຮັດຫຍັງບໍ່ຖືກ” ລາວເລົ່າເຖິງສິ່ງທີ່ເກີດຂື້ນ
           
“ຕອນນັ້ນເລີຍໄປປິ່ນປົວຢູ່ໂຮງຫມໍໂຮຈິມິນ ເຊິ່ງໄດ້ເຮັດເຄມີບໍາບັດໄປ 8 ຮອບ ມະເລັງເຕົ້ານົມກໍ່ຫາຍໄປ ແຕ່ບໍ່ດົນຈາກນັ້ນ ກໍ່ເລີ້ມມີອາການອ່ອນເພຍ ເຈັບຫົວຫລາຍ ເລີຍໄປພົບແພດອີກຄັ້ງ ເທື່ອນີ້ພົບວ່າມະເລັງກັບມາອີກ ແລະ ມະເລັງຕ່ອມນໍ້າເຫລືອງ ໄດ້ລາມໄປຮອດສະຫມອງດ້ວຍ ຕອນນັ້ນທັງອຸກໃຈ ທັງກັງວົນຫລາຍ” ນາງ Vuong Ngueng This Kieu ເລົ່າເຖິງອາການ ທີ່ຊຸດຫນັກຂອງລາວ
 

ຈຸດເລີ້ມຕົ້ນການປິ່ນປົວທີ່ Horizon Cancer Center

           
ດ້ວຍໄລຍະເວລາທີ່ຕ້ອງປີ່ນປົວຢ່າງໄວວາ ແລະຄວາມເຊື່ອຫມັ້ນໃນການປິ່ນປົວພະຍາດທີ່ຊັບຊ້ອນທັງຕໍ່ຮ່າງກາຍແລະ ຈິດໃຈຂອງລາວ ເຮັດໃຫ້ຕ້ອງມີການຄົ້ນຫາຂໍ້ມູນໃນການປິ່ນປົວຕື່ມ “ຕອນທໍາອິດກໍ່ກັງວົນໄປຫມົດວ່າຈະປົວຢູ່ໃສດີ ເພາະຖ້າຕ້ອງ ຖ້າຫມໍເກັ່ງໆຢູ່ຫວຽດນາມ ກໍ່ຈະຕ້ອງຖ້າຄິວດົນ ຢ້ານບໍ່ທັນການ ບັງເອີນວ່າໄປສໍາມະນາທາງວິຊາການກ່ອນຫນ້ານີ້ ແລະມີເຄສ ຂອງ ຄົນທີ່ເປັນມະເລັງໄດ້ແຊປະສົບການ ລວມທັງມີຫມູ່ທີ່ມີຄວາມຮູ້ ມີຂໍ້ມູນກ່ຽວກັບພະຍາດນີ້ ກໍ່ເລີຍແນະນໍາໃຫ້ມາທີ່ໂຮງຫມໍ ບໍາຣຸງຣາດ” ລາວເລົ່າເຖິງເລື່ອງທີ່ເຮັດໃຫ້ຕັດສິນໃຈມາປິ່ນປົວຢູ່ປະເທດໄທ
           
            “ຄວາມຈິງແລ້ວຕອນນັ້ນມີທາງເລືອກສາມສີ່ບ່ອນ ທັງໃນ ເກົາຫລີ, ສິງກະໂປ, ຫລືແມ້ແຕ່ອາເມລິກາ ແຕ່ທີ່ເລືອກ ບໍາຣຸງ ຣາດເພາະເປັນປະເທດໄທ ເຊິ່ງເປັນປະເທດທີ່ມັກເດີນທາງມາທ່ຽວຢູ່ແລ້ວ ເດີນທາງສະດວກແລະງ່າຍ, ນັ່ງຍົນແຕ່ 2 ຊົ່ວໂມງ ທີ່ ສໍາຄັນມີຊື່ສຽງດ້ານການປິ່ນປົວມະເລັງຫລາຍ ແລະ ຄ່າໃຊ້ຈ່າຍກໍ່ບໍ່ແພງ ຖ້າທຽງກັບໂຕເລືອກອື່ນໆ ເລີຍຕັດສິນໃຈ ເດີນທາງມາ ເລີຍ”
 

ຄວາມອົບອຸ່ນທີ່ໄດ້ຮັບ ເພີ້ມກໍາລັງໃຈໃຫ້ຕື່ນຂື້ນຈາກການຜ່າຕັດ

 
            ມີເລື່ອງທີ່ສ້າງກໍາລັງໃຈທີ່ສໍາຄັນໃຫ້ລາວ ໃນຊ່ວງທີ່ຕ້ອງປະເຊີນກັບການປິ່ນປົວມະເລັງທີ່ສະຫມອງຂອງລາວ ເຊິ່ງ ຫາກບໍ່ໄດ້ຮັບການເອົາໃຈໃສ່ທີ່ດີ ຄົງເຮັດໃຫ້ລາວບໍ່ໄດ້ຟື້ນໂຕແລະກັບມາມີສຸຂະພາບແຂງແຮງໄດ້ດີໃນທຸກມື້ນີ້ “ຕອນທີ່ເຂົ້າມາຮັບ ການປິ່ນປົວໃນຕອນທໍາອິດນັ້ນ ຫມໍໃຫ້ເຄມີບໍາບັດກ່ອນ ຮອດໄລຍະທີ່ເມັດເລືອດຂາວຕໍ່າ ກໍ່ໃຫ້ຢາເພີ້ມ ຮອດໄລຍະທີ່ເຫມາະສົມ ກໍ່ ໃຫ້ເຄມີບໍາບັດຕໍ່ ຈື່ໄດ້ວ່າໄດ້ເຮັດເຄມີບໍາບັດທັງຫມົດ 12 ຮອບ”
 
“ຫລັງຈາກຄົບຮອບການໃຊ້ເຄມີບໍາບັດ ທ່ານຫມໍໄດ້ບອກວ່າ ຈະປິ່ນປົວດ້ວຍການຜ່າຕັດ ຮ່ວມກັບການໃຊ້ Stem Cell ຂອງໂຕເອງ….ຕອນນັ້ນແຮງຮູ້ສຶກກັງວົນຫລາຍ ຢ້ານວ່າໂຕເອງຈະບໍ່ຕື່ນຂື້ນມາຫລັງການຜ່າຕັດ ຢ້ານວ່າໂຕເອງຈະຄວາມຈໍາ ເສື່ອມຈື່ໃຜບໍ່ໄດ້ ແມ້ແຕ່ຄົນໃນຄອບຄົວ ຫລື ອາດຈະເຖິງຂັ້ນເສຍຊີວິດ” ລາວເລົ່າດ້ວຍສີຫນ້າທີ່ເສົ້າແລະກັງວົນ
           
“ແຕ່ທ່ານຫມໍ ໄດ້ເວົ້າແບບຍິ້ມໆ ແລະໃຫ້ຄວາມຫມັ້ນໃຈວ່າ ຫລັງການຜ່າຕັດສະຫມອງ ຮັບຮອງວ່າຕື່ນຂື້ນມາ ເຫມືອນ ໄດ້ປ່ຽນຫົວໃຫມ່ແນ່ນອນ ເຊິ່ງນັ້ນກໍ່ເຮັດໃຫ້ຂ້ອຍກົງວົນຢູ່ ເມື່ອຮອດມື້ຜ່າຕັດແທ້ໆ ຊ່ວງເວລາກ່ອນເລີ້ມຜ່າຕັດ ມືຂ້ອຍເຢັນຫລາຍ ແຕ່ເຊື່ອບໍ່ວ່າມີພະຍາບານໄດ້ມາກຸມມືຂ້ອຍເອົາໄວ້ ຄວາມເຢັນນັ້ນຫາຍໄປກາຍເປັນຄວາມອົບອຸ່ນແບບບອກບໍ່ຖືກ ແລະການ ຜ່າຕັດ ນັ້ນກໍ່ຜ່ານໄດປໄດ້ຢ່າງດີຫລາຍ”
 

ການປິ່ນປົວທີ່ແລະໄດ້ຜົນທີ່ສຸດແມ່ນຢູ່ທີ່ໂຕເຮົາເອງ

           
            ປະຈຸບັນນີ້ ອາການຂອງມະເລັງຂອງລາວນັ້ນ ຖືໄດ້ວ່າກວດບໍ່ພົບມະເລັງ ແຕ່ກໍ່ຍັງມາກວດຕິດຕາມຜົນທຸກໆ 6 ເດືອນ ຕອນນີ້ກໍ່ມາກວດຕິດຕາມມາຫລາຍກວ່າ 5 ປີແລ້ວ ເຊິ່ງລາວໄດ້ເລົ່າເຖິງຄວາມຮູ້ສືກທີ່ດີຕໍ່ການປິ່ນປົວທີ່ມະເລັງ Horizon ນີ້ວ່າ “ຕ້ອງຂອບໃຈທຸກໆຄົນທີ່ສູນ Horizon ຫລາຍ ທີ່ເຮັດໃຫ້ໄດ້ຊີວິດທີ່ແຂງແຮງກັບຄືນມາແລະຄວາມຈໍາກໍ່ຍັງດີຢູ່ ຂໍຂອບໃຈ ທ່ານຫມໍ ທີ່ເຮັດໃຫ້ທຸກຢ່າງມີຄວາມສຸກເຫມືອນທີ່ເຄີຍເປັນກ່ອນຈະເຈັບ ຂໍຂອບໃຈພະຍາບານທ່ານຫນຶ່ງທີ່ເຖິງແມ້ຈະບໍ່ຮູ້ຈັກກັນ ແຕ່ກໍ່ເບິ່ງແຍ່ງຢູ່ບໍ່ຫ່າງແລະຄ່ອຍກຸມມືຂ້ອຍ ເຖິງຈະປະເຊີນກັບສິ່ງທີ່ຢ້ານທີ່ສຸດ ລວມເຖິງຍັງມີຄວາມປະທັບໃຈຈາກສິ່ງເລັກໆ ນ້ອຍໆ ທີ່ບໍ່ເຄີຍຄິດວ່າຈະໄດ້ຮັບການເອົາໃຈໃສ່ແບບນີ້ມາກ່ອນ ເຊັ່ນ ຄວາມເປັນມືອາຊີບໃນການແທງເສັ້ນໃສ່ຢາ ໃຫ້ສານນໍ້າທາງ ເສັ້ນເລືອດ ເຮັດໄດ້ດີຫລາຍ ບໍ່ຮູ້ສຶກເຈັບເລີຍແລະເລື່ອງຂອງພາສາກໍ່ບໍ່ມີກັງວົນ ເພາະມີນາຍແປຊ່ວຍສື່ສານທຸກຂັ້ນຕອນ ເຮັດໃຫ້ ຫາຍຫ່ວງໄດ້ແທ້ໆ”
           
            “ຢາກບອກຜູ້ທີ່ກໍາລັງປະເຊີນກັບມະເລັງແບບທີ່ຂ້ອຍເປັນເຄີຍພົບວ່າ 50% ນັ້ນຢູ່ທີ່ການປິ່ນປົວຂອງໂຮງຫມໍ ແຕ່ອີກ 50% ນັ້ນຕ້ອງຢູ່ທີ່ໂຕຂອງເຮົາເອງ ບໍ່ທໍ່ຖອຍ ແລະ ກ້າວຕໍ່ໄປໃຫ້ໄດ້ ທີ່ສໍາຄັນຢ່າໄປປິ່ນປົວເອງໂດຍຫ່າງຈາກແພດ” ລາວກ່າວສະຫລຸບ ປິດທ້າຍດ້ວຍຮອຍຍິ້ມ
 
For more information please contact:

Related Packages

Related Health Blogs