bih.button.backtotop.text

ການສາຍແສງໃນຄົນເຈັບມະເລັງ ວິທີທີ່ບໍ່ເປັນຕາຢ້ານຢ່າງທີ່ຄິດ

ຄົ້ນຫາວິທີທີ່ດີທີ່ສຸດເພື່ອຄົນເຈັບ

        ການສາຍແສງລັງສີທີ່ສ້າງຜົນກະທົບຕໍ່ຄົນເຈັບຫນ້ອຍທີ່ສຸດນັ້ນ ມັກຈະໃຊ້ເວລາທີ່ດົນກວ່າປົກກະຕິ ເຊິ່ງໄລຍະເວລາກໍ່ຈະແຕກຕ່າງກັນໄປແລ້ວແຕ່ຊະນິດຂອງມະເລັງ ຮສດຈ ດຣ ສຸນັນທາ ສີສຸບັດພອຍສ່ອງແສງ ເປັນແພດຊ່ຽວຊາຍດ້ານລັງສີປິ່ນປົວແລະມະເລັງວິທະຍາປະຈໍາສູນມະເລັງ Horizon ໂຮງຫມໍບໍາຣຸງຣາດ ໄດ້ອະທິບາຍກ່ຽວກັບບັນຫານີ້ວ່າ: “ການສາຍແສງກໍ່ຄືການຊ່ອງໄຟຟ້າ ຄົນເຈັບຈະບໍຮູ້ສຶກເຈັບປວດເລີຍ ເຊິ່ງໄລ ຍະເວລາໃນການສາຍແສງກໍ່ຈະຕ່າງກັນອອກໄປ ຕົວຢ່າງ ມະເລັງຕ່ອມລູກຫມາກອາດຈະແມ່ນ 8 ອາທິດ, ມະ ເລັງເຕົ້ານົມ 6 ອາທິດ, ມະເລັງປອດກໍ່ຈະປະມານ 6 ຫາ 7 ອາທິດ. ການສາຍແສງໃຊ້ເວລາດົນ ກໍ່ຍ້ອນວ່າປະລິ ມານຄວາມເຂັມຂຸ້ນລັງສີທີ່ບໍ່ສູງງເກິນໄປ ຜົນກໍ່ຈະບໍ່ໄປກະທົບຕໍ່ເນື້ອເຍື່ອທີ່ດີ” ທ່ານຫມໍອະທິບາຍເພີ້ມວ່າ “ຫາກ  ຄົນເຈັບຮ້ອງຂໍ ເພາະຢາກຈະເຊົາໄວໆ ໃຊ້ເວລາສັ້ນໆ ໃຊ້ປະລິມານຄວາມເຂັ້ມຂຸ້ນຂອງລັງສີແຮງໆໂລດນັ້ນ ເຮົາ ຄົງຈະເຮັດບໍ່ໄດ້ ເພາະເຮົາຄໍານືງເຖິງຄຸນນະພາບຊີວິດທີ່ດີຫລັງຈາກທີ່ເຊົາໄປດ້ວຍ”

          “ອາການຂ້າງຄ່ຽງທີ່ເກີດຈາກການສາຍແສງນັ້ນ ເຮົາຕ້ອງບອກຄົນເຈັບລ່ວງຫນ້າສະເຫມີ ເພື່ອໃຫ້ເຂົາ ໄດ້ຍອມຮັບແລະກຽມໃຈທີ່ຈະຕ້ອງພົບພໍ້ກັບອາການເຫລົ່ານັ້ນ ຄົນເຈັບບາງຄົນມີອາການເຈັບປາກເຈັບຄໍ, ນໍ້າລາຍ ແຮງ, ກືນອາຫານຍາກ, ນໍ້າຫນົດລຸດລົງ, ຫມໍກໍ່ຈະໃຫ້ຄໍາແນະນໍາໃນການຊ່ວຍບັນເທົາອາການເຫລົ່ານັ້ນ ຫລືປະ ສານໄປທາງຝ່າຍໂພສະນາການເພື່ອໃຫ້ເຂົ້າມາຊ່ວຍເບິ່ງແຍ່ງຄົນເຈັບຕໍ່ໄປ”

          ການສາຍແສງຫລືການໃຊ້ລັງສີ ເປັນການປິ່ນປົວຄົນເຈັບມະເລັງອີກແບບຫນຶ່ງ ໂດຍການໃຊ້ ລັງສີພະລັງງານສູງສາຍໄປຕໍາແຫນ່ງເຊວມະເລັງເພື່ອທໍາລາຍກຸ່ມກ້ອນເຊວມະເລັງນັ້ນ ດຣ ສຸນັນທາ ປະຈໍາທີ່ສູນມະເລັງ Horizon ມາດົນກວ່າ 23ປີ ກ່າວວ່າ “ຄົນເຈັບທີ່ເປັນມະເລັງທຸກຄົນ ເມື່ອເຄສມາຮອດເຮົາ ຂ້າພະເຈົ້າກໍ່ຈະສັງເກດແລະສອບຖາມອາການຕ່າງໆ ເຊັ່ນວ່າ ຄົນເຈັບມະເລັງປອດ ກໍ່ຈະເບິ່ງອາການວ່າຫອບ ຫືດບໍ່ ມີອາການໄອຫລືບໍ່ ມີໄຂ້ນໍາບໍ່ ເພາະທຸກອາການນັ້ນຈະເຊື່ອມໂຍ່ງກັນ ແລະ ອາດເກີດການອັກເສບ ຕິດເຊື້ອ ຕາມມາໄດ້” ທ່ານຫມໍເລົ່າເຖິງກາບພົບຄົນເຈັບໃນຄັ້ງທໍາອິດ

          “ນອກຈາກນີ້ ເຮົາຕ້ອງຮູ້ວ່າຄົນເຈັບນັ້ນເປັນມະເລັງຢູ່ສ່ວນໃດຂອງຮ່າງກາຍ ຂະຫນາດເທົ່າໃດ ມີເລືອດ ອອກນໍາຫລືບໍ່ ແລ້ວຈຶ່ງເລືອກວິທີການປິ່ນປົວທີ່ໃຫ້ຜົນກະທົບກັບຄົນເຈັບຫນ້ອຍທີ່ສຸດ ຢ່າງເຊັ່ນ ມະເລັງເຕົ້ານົມ ຄົນເຈັບສ່ວນໃຫຍ່ຈະເລືອດການປິ່ນປົວແບບ Breast Conservation ຄືບໍ່ຕັດເຕົ້ານົມຖິ້ມ ເອົາສະເພາະກ້ອນ ແລະຕ່ອມນໍ້າເຫລືອງອອກ ແລ້ວຕາມດ້ວຍກາຍສາຍແສງ ເຮົາກໍ່ຈະພິຈາລະນາຢ່າງລະອຽດ ຕ້ອງຮູ້ໄລຍະຮ່າງ ຂອງພະຍາດ (Staging) ຫລືຮູ້ທາງເລືອກອື່ນໆ ເພື່ອແກ້ໄຂບັນຫາທີ່ຈະເກີດຂື້ນດ້ວຍ ເຮັດໃຫ້ເຮົາອອກແບບ ການປິ່ນປົວໄດ້ຖືກຈຸດທີ່ສຸດ”
 

ຄວາມເອົາໃຈໃສ່ທີ່ຫລາຍກວ່າການປິ່ນປົວ

          ດ້ວຍຄວາມເປັນມືອາຊີບ ແລະ ມີປະສົບການທາງດ້ານການບົ່ງມະຕິແລະ ປິ່ນປົວຄົນເຈັບດ້ວຍການ ສາຍແສງຂອງ ດຣ ສຸນັນທາ ທ່ານມັກໃຊ້ຄວາມເຂົ້າໃຈແລະສ້າງຄວາມຮູ້ສຶກທີ່ດີຕໍ່ຄົນເຈັບ ເຮັດໃຫ້ການປິ່ນປົວ ນັ້ນເບິ່ງເປັນເລື່ອງທີ່ບໍ່ຫນ້າກັງວົນ ຢ່າເຊັ່ນການມີແພດທາງດ້ານເຄມີບໍາບັດ ຫລື ອາຍຸລະແພດມະເລັງວິທະ ຍາ ມານັ່ງວິເຄາະຄົນເຈັບໄປພ້ອມໆກັນ “ຂ້າພະເຈົ້າເອງເປັນຄົນທີ່ສຶກສາເລື່ອງການເບິ່ງຟີມຢູ່ແລ້ວ ບວກກັບຫມໍ ຈະເຊີນແພດເຄມີບໍາບັດມານັ້ງເບິ່ງຟິມແລະຮ່ວມກັບວິນິໄສແລະອະທິບາຍໄປພ້ອມໆກັບຄົນເຈັບ ສິ່ງເຫລົ່ານີ້ເຮັດ ໃຫ້ຄົນເຈັບລຸດຄວາມຢ້ານກົວແລະກັງວົນໄດ້ຫລາຍ

ທ່ານຫມໍເລົ່າຜ່ານອາລົມມ່ວນຊື່ນຈາກປະສົບການທີ່ພົບມາ “ມີຄົນເຈັບບາງຄົນຄິດວ່າການຊ່ອງໄຟ້າຈະເປັນແບບລະເບີດ ມັນຕ້ອງຍິ່ງໃຫຍ່ ແລະ ເຈັບປວດຫລາຍ ແຕ່ຄວາມ ຈິງແລ້ວແມ່ນບໍ່ເຈັບເລີຍ ແພດມັກຈະໃຫ້ຄົນເຈັບພາຄອບຄົວມານໍາ ພາມາຫລາຍໆແຮງດີ ເພາະຈະຊ່ວຍກັນຈື່ ສິ່ງທີ່ແພດບອກ ໂຕຄົນເຈັບເອງນັ້ນກໍ່ລ້ວນແຕ່ກັງວົນ ບໍ່ມີສະມາທິຈະເຮັດຫຍັງ ເຮົາກໍ່ຈະແນະນໍາ ຖາມເຖິງອາ ການ ຫລື ພົບການຫລາຍຄັ້ງແດ່ ກໍ່ຖາມຄວາມຄືຍຫນ້າຂອງອາຫານ ສິ່ງເຫລົ່ານີ້ລະທີ່ເຮັດໃຫ້ຄົນເຈັບຮູ້ສຶກດີກັບ ການເອົາໃຈໃສ່ຈາກເຮົາ”
 

ປິ່ນປົວໃຫ້ເຊົາ ຜົນກະທົບຫນ້ອຍສຸດ ແລະ ຢູ່ຕໍ່ຢ່າງມີຄວາມສຸກ

          “ການປິ່ນປົວມະເລັງທີ່ດີ ຂ້າພະເຈົ້າວ່າຕ້ອງເກີດຈາກຫລາຍໆຢ່າງມາລວມກັນ ເຕັກໂນໂລຍີກໍ່ ສໍາຄັນ ເຊັ່ນ VMAT ທີ່ຈະເປັນການໃຊ້ສາຍແສງ ທີ່ສາມາດກໍານົດ ປະລິມານລັງສີໃຫ້ເຫມາະສົມກັບ ຮູບຮ່າງຂອງກ້ອນມະເລັງທີ່ບໍ່ສະຫມໍ່າສະເຫມີໄດ້ ເຄື້ອງຈະປີ້ງໄປອ້ອມ ແລະເມື່ອເຄື່ອງກວດເຫັນສ່ວນ ທີ່ເປັນມະເລັງກໍ່ຈະສາຍແສງອອກມາ ແຕ່ຖ້າສ່ວນທີ່ບໍ່ແມ່ນມະເລັງ ປະລິມານລັງສີກໍ່ຈະລຸດລົງມາ ເຮັດໃຫ້ເກີດຜົນກະທົບກັບຮ່າງກາຍຫນ້ອຍທີ່ສຸດ ນັ້ນຄືຕົວຢ່າງການປິ່ນປົວດ້ວຍເຕັກໂນໂລຍີ ສ່ວນບັນຫາ ຂອງຄວາມພ້ອມແລະການປະສານງານກັນໃນແຕ່ລະຝ່າຍກໍ່ສໍາຄັນເຊັ່ນກັນ ຂ້າພະເຈົ້າຫມັ້ນໃຈວ່າຢູ່ບໍາຣຸງຣາດ ນີ້ ລ້ວນແຕ່ມີບຸກຄະລາກອນທີ່ມີຄວາມສາມາດສູງ ດັ່ງນັ້ນຄົນເຈັບບໍ່ຕ້ອງຫ່ວງ ແລະ ທີ່ຂາດບໍ່ໄດ້ເລີຍກໍ່ຄື ພາວະ ຈິດໃຈຂອງຄົນເຈັບ ຖ້າຫາກເຂົາບໍ່ຄວາມອຸກໃຈຫລືກັງວົນ ການປິ່ນປົວກໍ່ຈະຜ່ານໄປໄດ້ດ້ວຍດີ”

        ແລະນັ້ນຄືແນວຄິດທາງການປິ່ນປົວຂອງ ຮສດຂ ດຣ ສຸນັນທາ ສີສຸບັດພອຍສ່ອງແສງ ທີ່ເນັ້ນການປິ່ນ ປົວໃຫ້ເຊົາ ມີຜົນກະທົບຫນ້ອຍສຸດ ແລະກັບໄປໃຊ້ຊີວິດໄດ້ຕາມປົກກະຕິດ້ວຍຄວາມສຸກ
 
For more information please contact:

Related Packages

Related Health Blogs