bih.button.backtotop.text

ແພດ: ແບບແຜນໃນການນຳທາງສູ່ການປິ່ນປົວຢ່າງຖືກຕ້ອງທີ່ສຸດ

ຖ້າປຽບວ່າແຜນທີ່ເປັນດັ່ງເຄື່ອງມືຊີ້ນຳນຳທາງໃຫ້ກັບນັກເດີນເຮືອ, ທີມແພດປະຈຳສູນມະເຮັງ Horizon Regional Cancer Center ກໍ່ປຽບດັ່ງຜູ້ບົ່ງມະຕິພະຍາດ ແລະ ວາງແນວທາງການຮັກສາທີ່ຖືກຕ້ອງແລະຕົງຈຸດໃຫ້ກັບຄົນໄຂ້ໂລກມະເຮັງ. “ຄົນເຈັບທຸກຄົນທີ່ເຂົ້າມາກໍ່ລ້ວນແຕ່ປະເຊີນກັບຄວາມເຈັບປວດ ແລະ ຄວາມກັງວົນໃຈ ສະນັ້ນທາງທີມແພດຂອງພວກເຮົາຈຶ່ງເປັນດັ່ງຜູ້ທີ່ໃຫ້ຄວາມຫວັງຄວາມໝັ້ນໃຈ ແລະຊ່ວຍຊຸກຍູ້ໃຫ້ຄົນເຈັບຕໍ່ສູ້ກັບມະເຮັງຕໍ່ໄປໄດ້ເຊິ່ງສີ່ງໜຶ່ງທີ່ທາງເຮົາມີແລະເປັນປະໂຫຍດຢ່າງຫລວງຫລາຍແກ່ຄົນເຈັບແມ່ນທີມບຸກຄະລາກອນທາງການແພດທີ່ຊຳນານຊ່ຽວຊານແລະເບິ່ງແຍງດູແລຄົນເຈັບໄດ້ເປັນຢ່າງດີ” ທ່ານຫມໍ ນະລົງສັກ ກຽດຂະຈອນທະດາບເວົ້າເຖິງບົດບາດຫນ້າທີ່ຂອງທີມແພດປະຈຳສູນມະເຮັງ Horizon Regional Cancer Center  

ໃນທຸກໆມື້ເມື່ອພະແນກຕ່າງໆສົ່ງຄົນເຈັບມາປິ່ນປົວທີ່ສູນມະເລັງງ Horizon Regional Cancer Center ແພດຈະຮັບຫນ້າທີ່ເບິ່ງແຍ່ງແລະເປັນທີ່ປຶກສາວ່າ abnormality ຫຼືສິ່ງຜິດປົກກະຕິທີ່ກວດເຫັນນັ້ນມີລັກສະນະໃດ ມີປັດໄຈຂ້າງຄຽງຫຍັງແດ່ ເມື່ອໄດ້ຮັບຄົນເຈັບຈາກພະແນກຕ່າງໆບໍ່ວ່າຈະເປັນພະແນກປອດ ລຳໄສ້ ທາງເດີນອາຫານ ຕັບ ແລະ ໄຕ ທາງສູນມະເລັງງຂອງພວກເຮົາຈະນຳມາວິໄຈແລະປຶກສາຫາລືກັນໃນທີມແພດວ່າຈະດຳເນີນການຮັກສາໄປໃນທິດທາງໃດ ມີການຈັດ sequence ລຳດັບການຮັກສາ ເຊັ່ນ ມະເລັງບາງຊະນິດຜ່າຕັດໄດ້ອາດຈະມີການສາຍລັງສີຖ້າຈຳເປັນ ຫລື ໃນອີກກໍລະນີອາດຈະມີການເຮັດເຄມີບຳບັດກ່ອນຫຼືຫລັງການຜ່າຕັດກໍ່ເປັນໄດ້ ກ່າວຈາກທ່ານຫມໍ ນະລົງສັກເຖິງຂັ້ນຕອນການຮັກສາ

 
ການເຮັດວຽກເປັນທີມແລະການໃຫ້ຄວາມສຳຄັນສະເພາະຄົນເຈັບລາຍບຸກຄົນ

“ທີມແພດທີ່ຊ່ວຍກັນວິໄຈໂລກນັ້ນກໍ່ເປັນທີມສະຫະສາຂາ ພວກເຮົາເຮັດວຽກກັນເປັນທີມແລະຮ່ວມມືກັນໃນການຮັກສາຄົນເຈັບເພື່ອໃຫ້ໄດ້ປະສິດທິຜົນທີ່ດີສຸດ ຍົກຕົວຢ່າງ ມະເລັງນັ້ນສາມາດເກີດຂຶ້ນໃນອະໄວຍະວະສ່ວນໃດກໍ່ໄດ້ໃນຮ່າງກາຍຂອງຄົນເຮົາ ທາງສູນມະເລັງ ມີຫມໍຮອງຮັບຈາກຫລາຍພະແນກບໍ່ວ່າຈະເປັນໝໍສັນຍະກຳສະເພາະທາງຫຼືໝໍລັງສີທີ່ມີຄວາມຊຳນານຊ່ຽວຊານໃນການອ່ານຟິມ x-ray ພ້ອມທັ່ງສາມາດຊີ້ຕຳແໜ່ງຂອງມະເລັງໄດ້ຢ່າງຖືກຕ້ອງ” ທ່ານໝໍ ນະລົງສັກ ກ່າວເຖິງການເຮັດວຽກຂອງທີມແພດຂອງສູນມະເຮັງທີ່ໄດ້ຄວບຄຸມໃນທຸກໆຂັ້ນຕອນຂອງການຮັກສານອກຈາກນີ້ກໍ່ຍັງໄດ້ກວມລວມໄປຮອດການປະສານງານແລະການສົ່ງຊີ້ນເນື້ອໄປວິໄຈຢູ່ທີ່ສູນໃນຕ່າງປະເທດອີກດ້ວຍ”

“ໃນບາງກໍລະນີທີ່ທາງເຮົາຕ້ອງການຄວາມລະອຽດສູງ ເຊັ່ນມະເລັງໃນລະດັບ gene ເມື່ອທາງເຮົາໄດ້ຮັບຜົນກວດແລ້ວ ເຮົາຈະບໍ່ຫຍຸດຢູ່ທີ່ຂັ້ນຕອນນັ້ນໆແຕ່ທາງເຮົາຈະໄດ້ເຊີນຜູ້ກວດຈາກຕ່າງປະເທດມາຮ່ວມປະຊຸມຜ່ານທາງ tele conference ອີກດ້ວຍເຊິ່ງສິ່ງໆນີ້ແມ່ນທາງເຮົາປະຕິບັດເປັນປະຈຳເພື່ອການປິ່ນປົວໃຫ້ແທດເຫມາະກັບແຕ່ລະຄົນ (personalize cancer treatment) ເຊັ່ນການໃຫ້ຢາທີ່ຕົງຈຸດທີ່ສຸດເຊິ່ງມັນສົ່ງຜົນຕໍ່ການຄວບຄຸມຄ່າຮັກສາຂອງຄົນເຈັບໄປໃນຕົວອີກດ້ວຍເພາະທາງເຮົາເລືອກໃຊ້ແຕ່ສິ່ງທີ່ຈຳເປັນທີ່ສຸດໃນການປິ່ນປົວເທົ່ານັ້ນ.  

 
ການປິ່ນປົວທີ່ເປັນຫລາຍກວ່າການປິ່ນປົວ ທີ່ສູນມະເລັງ Horizon Regional Cancer Center

ສຳລັບເຄື່ອງມື ແລະ ເທັກໂນໂລຍີທາງການແພດທີ່ທັນສະໄໝ ແນ່ນອນຢູ່ແລ້ວວ່າທຸກຄົນສາມາດຫາຊື້ໄດ້ທົ່ວໄປເຊິ່ງທາງເຮົາເອງນັ້ນກໍ່ມີຄົບທຸກຢ່າງ ແຕ່ສິ່ງທີ່ເຮົາມີແຕກຕ່າງນັ້ນກໍ່ຄື ບຸກຄະລາກອນທີ່ເຮັດວຽກກັນເປັນທີມ ແລະ ຄວບຄຸມໃນທຸກໆມິຕິຂອງການປິ່ນປົວເຊິ່ງຖືວ່າເປັນຈຸດເດັ່ນ ແລະ ບໍ່ສາມາດຊອກໄດ້ຢ່າງງ່າຍດາຍ. ເຈັບພຽງຄົນດຽວແຕ່ມີຄົນເບິ່ງແຍ່ງຫຼາຍກວ່າ 10 ຄົນຈຸດເດັ່ນຂອງ  Horizon Regional Cancer Center ທີ່ສ້າງຄວາມໝັ້ນໃຈໃຫ້ກັບຄົນເຈັບທີ່ເຂົ້າຮັບການປິ່ນປົວກັບທາງສູນມະເຣັງຂອງພວກເຮົາ

“ກໍາລັງໃຈກໍ່ຖືວ່າເປັນສິ່ງທີ່ສໍາຄັນສໍາລັບຄົນເຈັບ ເຊິ່ງທາງທ່ານໝໍເອງກໍ່ຈະມີການແຈ້ງຜົນ ບົ່ງມະຕິພະຍາດແລະໃຫ້ກຳລັງໃຈແກ່ຄົນເຈັບດ້ວຍ 2 ວິທີຄື ວິທີທໍາອິດ ເວົ້າກັບຄົນໄຂ້ໂດຍກົງໂດຍການແຈ້ງເຖິງໂອກາດ ແລະ ຄວາມເປັນຈິງໃນການຮັກສາວ່າມີໂອກາດປິ່ນປົວສໍາເລັດຫຼາຍໜ້ອຍສໍາໃດ. ວິທີທີ່ 2 ທາງເຮົາຕ້ອງເບີ່ງພາວະຄວາມຮັບຮູ້ຂອງຄົນເຈັບວ່າ ສາມາດຮັບຄວາມຈິງໄດ້ຫຼາຍໜ້ອຍສໍາໃດ ຖ້າວ່າຄົນເຈັບມີພາວະຄວາມຮັບຮູ້ໜ້ອຍທາງເຮົາກໍ່ຈະບອກຜົນກວດຜ່ານທາງ ຍາດຕິພີ່ນ້ອງ ແລ້ວຄ່ອຍໆບອກຄົນເຈັບພ້ອມທັງໃຫ້ກໍາລັງໃຈຄົນເຈັບໄປນໍາ” ທ່ານໝໍກ່າວເຖິງການໃຫ້ກໍາລັງໃຈຄົນເຈັບ
 
 “ຄົນເຈັບທີ່ຢູ່ປະເທດໃນແຖບອາຊີສ່ວນຫຼາຍມັກຈະຮັບຄວາມຈິງບໍ່ໄດ້ທາງເຮົາຕ້ອງມີການບອກແບບອ້ອມໆ. ຍົກຕົວຢ່າງ ຄົນເຈັບບາງຄົນບໍ່ຢາກຮູ້ຮອດໄລຍະເວລາທີ່ຕົນເອງສາມາດຢູ່ໄດ້ ໃນກໍລະນີທີ່ຄົນເຈັບມາຫາເຮົາໃນໄລຍະທີ່ມະເລັງໄດ້ລຸກລາມຫຼາຍແລ້ວ ສ່ວນຄົນເຈັບທີ່ຢູ່ໃນປະເທດແຖບຕາເວັນຕົກຈະຮັບຄວາມຈິງໄດ້ງ່າຍ ທາງເຮົາສາມາດເວົ້າຕົງໆໄດ້ ແລະ ບໍ່ຄວນປິດບັງຄວາມຈິງນໍາເຂົາເຈົ້າ ເພາະຈະເຮັດໃຫ້ເຂົາເຈົ້າບໍ່ເຊື່ອຖືເຮົາ ” ທ່ານໝໍກ່າວເຖິງ ເຄັດລັບເລັກໆນ້ອຍໆໃນການບອກຄວາມຈິງແກ່ຄົນເຈັບ.  ນອກຈາກນີ້ ຍັງມີສິ່ງທີ່ຕ້ອງໄດ້ລະວັງກໍຄື ເລື່ອງທີ່ເຮັດໃຫ້ການຮັກສາມະເລັງບໍ່ມີປະສິດຕິຜົນກໍຄື ການກິນຢາສະໝຸນໄພທີ່ນອກເໜືອຈາກຄໍາສັ່ງຂອງແພດ ເຊິ່ງໃນບັນຫານີ້ແພດໄດ້ຊີ້ແຈງວ່າ “ ສະໝຸນໄພບາງຊະນິດບໍ່ມີຜົນຕໍ່ການປິ່ນປົວຄົນເຈັບມະເລັງ ຄົນເຈັບບາງຄົນກິນໂດຍບໍ່ບອກແພດກ່ອນເຊິ່ງສົ່ງຜົນໃຫ້ອາການໜັກຂຶ້ນ ແຕ່ປັດຈຸບັນ ຢາທີ່ເຮົາມີນັ້ນໄດ້ມີຂໍ້ພິສຸດທາງວິທະຍາສາດຊັດເຈນວ່າໄດ້ຜົນໃນການປິ່ນປົວເຊິ່ງຢາກໃຫ້ຄົນເຈັບປະຕິບັດ ແລະ ກິນຢາຕາມຄໍາສັ່ງແພດຈະເປັນການດີກວ່າ “

           
ຊະນິດຂອງມະເລັງທີ່ພົບໄດ້ຍາກ ແຕ່ທາງສູນພວກເຮົາສາມາດຮັບມືໄດ້

“ຖ້າຖາມວ່າ ມະເລັງຊະນິດໃດທີ່ປິ້ນປົວຍາກທີ່ສຸດຄໍາຕອບກໍຄື rare cancer. ມະເລັງຊະນິດນີ້ ສາມາດພົບເຫັນພຽງແຕ່ໜຶ້ງໃນລ້ານເທົ່ານັ້ນ ເຊິ່ງມະເລັງຊະນິດນີ້ບໍ່ໄດ້ເປັນຄືກັບມະເລັງປົກກະຕິ ແລະ ເກີດຂຶ້ນໄດ້ກັບທຸກໆອະໄວຍະວະຂອງຄົນເຮົາ ເຊິ່ງບໍ່ມີມາດຕະຖານ ຫຼື ບົດວິໄຈໃນການປິ້ນປົວເລີຍ. ທາງສູນພວກເຮົາກໍ່ເຄີຍພົບກັບມະເລັງຊະນິດນີ້ແຕ່ກໍສາມາດຮັບມືກັບມັນໄດ້ ເພາະເຮົາມີທີມວິໄຈ, ມີບົດຄົ້ນຄວ້າທີ່ເປັນທັງບົດຄວາມ ແລະ ບົດວິຊາການ ແລະ ທາງເຮົາກໍ່ປິ່ນປົວຕາມອາການທີ່ເກີດຈົນປະສົບຜົນສໍາເລັດໃນການປິ່ນປົວ”
 
 “ພວກເຮົາຄິດວ່າຄົນເຈັບທີ່ເຂົ້າມາຮັບການປິ່ນປົວໃນສູນມະເລັງ Horizon Regional Cancer Center. ທຸກຄົນຕ່າງກໍ່ໄດ້ຜ່ານ ຊ່ວງເວລາທີ່ທຸກໃຈມາຫຼາຍແລ້ວ ສະນັ້ນ ພວກເຮົາຈຶ່ງເປັນດັ່ງຄວາມຫວັງ ເປັນທີ່ຢຶດໜ່ຽວທາງດ້ານຈິດໃຈແລະເປັນຜູ້ເບິ່ງແຍງທີ່ໃກ້ຊິດກັບຄົນເຈັບເພື່ອໃຫ້ຄົນເຈັບມີຄຸນະພາບຊີວິດທີ່ດີຂຶ້ນເປັນປົກກະຕິຫຼັງຈາກທີ່ໄດ້ຮັບການປິ່ນປົວໄປແລ້ວ ນັ້ນຄືຄວາມປາຖະໜານ້ອຍໆຈາກພວກເຮົາທີ່ເຮັດໃຫ້ຄົນເຈັບມີຮອຍຍິ້ມ ແລະ ກຳລັງໃຈສູ້ຕໍ່ໄປໄດ້” ກ່າວປິດທ້າຍໂດຍ ທ່ານໝໍ ນະຣົງສັກ.
For more information please contact:

Related Packages

Related Health Blogs