bih.button.backtotop.text

ທີ່ປຶກສາແລະຄົນທີ່ຢູ່ຄຽງຂ້າງຄົນເຈັບ

 “ການທີ່ຄົນເຈັບຕ້ອງເຈີະກັບການບົ່ງມັດຕິພະຍາດແລະພົບວ່າຕົນເອງເປັນມະເລັງນັ້ນ ຄວາມຮູ້ສຶກຂອງຄົນເຈັບກໍ່ເຫມືອນຄົນທີ່ກໍາລັງຈົມນໍ້າ ເຮົາຈຶ່ງຕ້ອງມີສິ່ງໃກທີ່ໃຫ້ເພິ່ເກາະຈັບແລະພາຂື້ນມາຈາກນໍ້າໃຫ້ໄດ້” ນັ້ນຄືຫນ້າທີ່ທີ່ສໍາຄັນຂອງ ທ່ານ ນາງແມມ ນັດຖາ ສຸກຕົວ Nurse navigator ປະຈໍາສູນມະເລັງ Horizon ໂຮງຫມໍບໍາຣຸງຮາດ
 
            ການເຮັດວຽກຂອງ Nurse Navigator ໃນແຕ່ລະວັນນັ້ນຕ້ອງພົບກັບຄວາາທ້າທາຍແລະຄວາມຮູ້ສຶກຕື່ນເຕັ້ນຢູ່ຕະຫລອດເວລາ ອັນເນື່ອງມາຈາກການເຈີະເຄສທີ່ຫລາກຫລາຍຂອງຄົນເຈັບທີ່ເຂົ້າມາໃນແຕ່ລະມື້ແບບບໍ່ຊໍ້າກັນເລີຍ ແຕ່ດ້ວຍປະສົບການການເຮັດວຽກມາຫລາຍກວ່າ 13 ປີ ເຮັດໃຫ້ເພິ່ນສາມາດຈັດການແລະປະສານງານໃນສ່ວນຕ່າງໆ ເພື່ອໃຫ້ການປິ່ນປົວຄົນເຈັບໄປໄດ້ດີຢູ່ສະເຫມີ “ເມື່ອເຮົາຕື່ນຂື້ນມາ ເຮົາຈະຄິດສະເຫມີວ່າ ມື້ນີ້ເຖິງຈະມີບັນຫາຫລືເຄສຄົນເຈັບທີ່ຍາກແລະຊັບຊ້ອນ ເຮົາກໍ່ຈະເຮັດຫນ້າທີ່ໃຫ້ດີທີ່ສຸກ ແລະຈະຮູ້ສຶກສຸກໃຈທຸກຄັ້ງທີ່ເຫັນຄົນເຈັບໄດ້ຮັບການປິ່ນປົວຢ່າງໄວວາແລະຖືກຕ້ອງ ສິ່ງນີ້ເປັນເຫມືອນນໍ້າລ້ຽງໃນຈິດໃຈ ທີ່ເນັດໃຫ້ເປັນແຮງໃຈໃນການປະຕິບັດຫນ້າທີ່ຕໍ່ໃນວັນຕໍ່ໄປ”

ຫນ້າທີ່ຫລັກຂອງ Nurse Navigator
                ຫນ້າທີ່ຂອງນາງແຫມ່ນນັ້ນ ເບິ່ງຄືວຽກທໍາມະດາ ທີ່ຕ້ອງຕິດຕໍ່ປະສານງານແລະໃຊ້ການສື່ສານກັບບຸກຄົນຕ່າງໆເປັນຫລັກ ແຕ່ຄວາມຈິງແລ້ວຖືວ່າເປັນຫນ້າທີທີ່ສໍາຄັນຫລາຍ ອີກຫນ້າທີຫນຶ່ງໃນສູນມະເລັງ Horizon ເພາະເວລາທີ່ໄດ້ຮັບເຄສມາທີ່ສູນແລ້ວ ຄົນເຈັບສ່ວນຫລາຍຈະຕ້ອງພົບພໍ້ກັບພາວະເສົ້າ ທໍ້ແທ້ ຫມົກຫວັງ ກັບພະຍາດທີ່ເປັນແລະບໍ່ຮູ້ຈະເຮັດຫຍັງຕໍ່ໄປ ນາງແຫມ່ມກໍ່ຈະຮັບຫນ້າທີ່ເບິ່ງແຍ່ງເຄສຕ່າງໆເຫລົ່ານີ້ “ຄົນເຈັບຫລາຍກວ່າ 60%ທີ່ເມື່ອຮູ້ວ່າໂຕເອງເປັນມະເລັງຍັ້ນ ຈະຮູ້ສຶກເຈັບປວດ ຫລາຍແດ່ຫນ້ອຍແດ່ ແຕ່ກໍ່ຈະບໍ່ຮູ້ວ່າຕ້ອງເຮັດຫຍັງ ເຮົາເມື່ອໄດ້ຮັບເຄສມາແລ້ວກໍ່ຈະເຮັດຫນ້າເບິ່ງແຍ່ງຄົນເຈັບໃຫ້ດີທີ່ສຸດ” ນາງແຫມ່ມກ່າວ “ຄົນເຈັບໃນທຸກເຄສ ເຮົາຍືດຖືປະໂຫຍດຂອງຄົນເຈັບເປັນອັນດັບຫນຶ່ງສະເຫມີ ເຊິ່ງເຮົາຈະເບິ່ງໃນພາບລວມ ທັງກາຍ ຈິດໃຈແລະຈິດວິນຍາຍ ໂດຍທາງກາຍນັ້ນຄືເຮົາຕ້ອງຕິດຕໍ່ປະສານງານໃຫ້ດີທີ່ສຸດ ວ່ອງໄວທີ່ສຸດ ເຊັ່ນ ຖ້າຄົນເຈັບຕ້ອງເຮັດເຄມີບໍາບັດ ເຮົາກໍ່ຕ້ອງຕິດຕໍ່ໄປທາງແພດຝ່າຍເຄມີບໍາບັດ ຫລື ຄົນເຈັບທີ່ກິນຫຍັງບໍ່ໄດ້ ເຮົາກໍ່ຈະຕິດຕໍ່ໄປທາງນັກໂພສະນາກອນ ເພື່ອຂໍຄໍາປຶກສາແລະໃຫ້ເຂົາເຂົ້າມາເບິ່ງແຍ່ງ ໂດຍເຮົາຈະຕ້ອງຮູ້ວ່າໃຜມີ່ຈະສາມາດແກ້ໄຂບັນຫາໃຫ້ຄົນເຈັບໄດ້ໄວທີ່ສຸດ ເຮົາກໍ່ຈະປະສານໄປ”
                “ໃນສ່ວນຂອງຈິດໃຈນັ້ນກໍ່ສໍາຄັນເຊັ່ນກັນ ເພາະການທີຄົນເຈັບຈະມີອາຫານດີຂື້ນນັ້ນ ອາລົມຄວາມຮູ້ສຶກສໍາຄັນຫລາຍ ເຮົາກໍ່ຈະໂອ້ລົມໃຫ້ຄໍາປຶກສາແລະສ້າງສໍາພັນທະພາບທີ່ດີ ເພື່ອໃຫ້ຄົນເຈັບຮູ້ສຶກຜ່ອນຄາຍແລະຮູ້ສຶກວ່າມີຄົນຢູ່ຄຽງຂ້າງເຂົາແທ້ໆ ແລະສ່ວນສຸດທ້າຍຄືເລື່ອງຂອງຈິດວິນຍານ ເລື່ອງນີ້ສໍາຄັນຫລາຍເຊັ່ນ ຄົນເຈັບບາງຄົນເປັນຄົນອາຣັບ ທີ່ເຄັ່ງສາດສະຫນາ ນັບຖືພະເຈົ້າ ຖ້າເຮົາຕິດຕໍ່ເຂົາໄປໃນຊ່ວງທີ່ເຂົາກໍາລັງຈະລະມາດ ເຮົາກໍ່ຈະຕ້ອງຖ້າກ່ອນ ເລື່ອງປບບນີ້ເປັນເລື່ອງທີ່ເຮົາຈະຕ້ອງທໍາຄວາມເຂົ້າໃຈເຊັ່ນກັນ” ນາງແຫມ່ນກ່າວ

ການຈັດການຄົນເຈັບ ເພື່ອການປິ່ນປົວທີ່ດີທີ່ສຸດ
            ບົດບາດສໍາຄັນອີກຢ່ງຫນຶ່ງຂອງ Nurse Navigator ນັ້ນຄືການປະສານງານກັບບຸກຄົນຝ່າຍຕ່າງໆທັ້ງໃນອົງກອນເອງ ລວມເຖິງກັບບໍລິສັດຕ່າງປະເທດທີ່ກ່ຽວຂ້ອງອີກດ້ວຍ ເຊັ່ນປະສານງານຜູ້ທີ່ກ່ຽວຂ້ອງເພື່ອເຂົ້າຮ່ວມການປະຊຸມ Multidisciplinary tumor Board ໃນທຸກໆວັນພຸດ ໂດຍແພດເຈົ້າຂອງເຄສ ຈະເອົາເຄສຄົນເຈັບທີ່ມີປັນຫາຫລືເຄສຍາກໆ ມາປຶກສາກັນເຖິງແນວທາງໃນການປິ່ນປົວເພື່ອໃຫ້ໄດ້ວິທິທີ່ດີທີ່ສຸດ ໂດຍໃນທີມ Multidisciplinary tumor Board ມີການເຮັດວຽກຮ່ວມກັນເກືອບ 30 ຕໍ່າແຫນ່ງງານ ເຊັ່ນ ແພດຣັງສີ ພະຍາດແພດແລະພະຍາບານ ຫລືຖ້າຕ້ອງມີການສົ່ງກວດຊີ້ນເນື້ອ ສົ່ງກວດເລືອດທີ່ຫ້ອງວິເຄາະ Lab Molecular ບໍ່ວ່າຈະເປັນສິງກະໂປ ຫລືອາເມລິກາ ນາງແຫມ່ນກໍ່ຈະເປັນຄົນຕິດຕໍ່ປະສານງານໄປທີ່ Key person ຂອງແຕ່ລະບໍລິສັດເພື້ອໃຫ້ເຂົ້າມາຮ່ວມປະຊຸມໃນເຄສນັ້ນດ້ວຍ
 
ການເຮັດວຽກເປັນທີມ ແລະແກ້ໄຂບັນຫາສະເພາະຫນ້າ
            “ຖ້າຖາມວ່າ ຫນ້າທີ່ໃດໃນສູນມະເລັງ Horizon ທີ່ສໍາຄັນທີ່ສຸດ ແຫມ່ນເຫັນວ່າສໍາຄັນຫມົດທຸກຫນ້າທີ່ເພາະສູນມະເລັງ Horizon ເຫັນວ່າການຮັກສາຄົນເຈັບຕ້ອງມາກ່ອນສະເຫມີ ໂດຍເຮົາຈະເຮັດວຽກກັນເປັນທີມແບບບໍ່ມີຮອຍຕໍ່ ເຊັ່ນ ເຄີຍມີເຄສຫນຶ່ງເປັນຄົນຕ່າງປະເທດ ເຮົາກໍ່ຕິດຕໍ່ປະສານກັບຜູ້ແປຂອງຝ່າຍຕ່າງປະເທດນັ້ນ ແລະເມື່ອທ່ານຫມໍເບິ່ງຟິມແລ້ວ ກໍ່ໃຫ້ຕິດຕໍ່ໄປທາງເພດເຄມີບໍາບັດ ເມື່ອມານັ່ງປຶກສາກັນແລ້ວເຫັນວ່າຄວນຕ້ອງມີການສາຍແສງ ກໍ່ຈະໄປເຊີນຫມໍຝ່າຍສາຍແສງມາຮ່ວມໂອ້ລົມກັນພ້ອມເລີຍ ສຸດທ້າຍຖ້າຕ້ອງມີສ່ວນຂອງຫມໍສັນຍະກໍາ ກໍ່ຕິດຕໍ່ໃຫ້ທ່ານຫມໍໂທເຂົ້າມາຕອນນັ້ນເລຍ ເຊິ່ງແຫມ່ມເຫັນວ່າການເຮັດວຽກເປັນທີມທີ່ວ່ອງໄວແບບນີ້ຄ້ອນຂ້າງຫາຍາກໃນໂຮງຫມໍທົ່ວໄປ” ນາງແຫມ່ມອະທີບາຍເຖິງການເຮັດວຽກເປັນທີມທີ່ສໍາຄັນຫລາຍ

ຍິນດີແລະເຕັມໃຈເຮັດວຽກຕະຫລອດແມ້ແຕ່ມື້ພັກ
            ການເຮັດວຽກແມ່ນຕ້ອງຄິດເຖິງຄົນເຈັບມາກ່ອນສະເຫມີ ເພາະຫລັກການເຮັດຂອງນາງແຫມ່ມ ຖຶວ່າເປັນ One Stop Service ແມ້ແຕ່ມື້ພັກຂອງລາວ ກໍ່ຕ້ອງເຮັດໃຫ້ຫວ່າງເພື່ອຄົນເຈັບສະເຫມີ “ເປັນປະຈໍາທີ່ມີເຄສໂທເຂົ້າມາໃຫ້ເຮົາຕັດສິນໃຈ ເຊິ່ງຕອນນັ້ນເປັນມື້ພັກຂອງເຮົາ ແຕ່ແຫມ່ມກໍ່ຍິນດີທີ່ຈະຮີບຮ້ອນຕິດຕໍ່ປະສານໃຫ້ເຄສນັ້ນ. ເຄີຍມີເຄສຫນຶ່ງ ຄົນເຈັບຖ່າຍແລະຮາກເປັນເລືອດ ພະຍາບານຜູ້ເບິ່ງແຍ່ງເຫັນວ່າອາການບໍ່ດີ ເລີຍໂທມາຫາແຫມ່ມ ແຫມ່ມກໍ່ຈັດການໂທຫາທ່ານຫມໍເຈົ້າຂອງເຄສ ໂທຫາຫ້ອງສຸກເສີນໃຫ້ກຽມຫ້ອງສໍາລັບການປິ່ນປົວ ເພາະຖ້າປ່ອຍໄວ້ຄົນເຈັບມີໂອກາດຊ໊ອກແລະເສຍຊີວິດສູງ ເມື່ອຄົນເຈັບໄດ້ຮັບການປິ່ນປົວຢ່າງທັນທີ ອາການດີຂື້ນ ເຮັດໃຫ້ເຮົາຮູ້ສຶກດີ ຄວາມເມື່ອຍບໍ່ຕ້ອງເວົ້າເຖິງເລີຍ ມັນຫາຍໄປຫມົດ ດິໃຈທີ່ສຸດ”

ຄວາມໃສ່ໃຈໃນລາຍລະອຽດຂອງຄົນເຈັບເປັນສິ່ງສໍາຄັນ
            “ມີຫລາຍໆຄັ້ງທີ່ຄົນເຈັບມັກທີ່ຈະໃຊ້ວິທີຂອງແພດເລືອກ ຫລືໃຊ້ວິທີທາງໄສຍະສາດໃນການປິ່ນປົວໂຕເອງ ເຊິ່ງສ່ວນຫລາຍແມ່ນຫລັກເຮັດ ໂດຍຖ້າເຮົາເບິ່ງຜົນການປິ່ນປົວ ເຮົາກໍ່ພໍຈະເດົາໆໄດ້ ເພາະວ່າຜົນການປິ່ນປົວແທ້ໆ ບໍ່ຄວນຈະອອກມາແບບນີ້ ແຕ່ຄົນເຈັບມັກບໍ່ຍອມບອກກົງໆ ເຮົາຈຶ່ງຕ້ອງພະຍາຍາມສ້າງສໍາພັນທະພາບທີ່ດີກັບຄົນເຈັບ ເຮັດໃຫ້ຄົນເຈັບຮັບຮູ້ໄດ້ວ່າເຮົາເປັນຄົນທີ່ເຂົ້າໃຈແລະໄວ້ໃຈໄດ້ດີທີ່ສຸດ ແລະເມື່ອເຂົາໄວ້ໃຈເຮົາ ເຂົາກໍ່ຈະເລົ່າເລື່ອງຕ່າງໆທີ່ເປັນອຸປະສັກໃນການປິ່ນປົວ  ບາງກໍລະນີທີ່ລັກກິນຢາສະຫມຸນໄພ ຢາຫມໍ້ ຈົນເຮັດໃຫ້ເມັດເລືອດຂາວລຸດລົງ ຫລືຕັບແທບທີ່ຈະເສີຍຫາຍ ຫລືໃຊ້ກັນຊາໃນການປິ່ນປົວເອງ  ເຊິ່ງເຂົາບໍ່ຮູ້ດອກວ່າຜົນທີ່ຕາມມາຈະເປັນໂທດຕໍ່ເຂົາແບບໃດ ເມື່ອເຮົາໄດ້ຮັບຮູ້ມາຈາກຄົນເຈັບແລ້ວ ເຮົາກໍ່ຈະໄປລາຍງານແພດເຂົ້າຂອງເຄສເພື່ອຫາທາງແກ້ໄຂຕໍ່ໄປ”
                “ເຮົາປຽບຄົນເຈັບເຫມືອນດັ່ງຍາດຕິພີ່ນ້ອງຄົນຫນຶ່ງຂອງເຮົາ ຖ້າເຮົາເຈັບ ບໍ່ສະບາຍກໍ່ຈະຮ້ອນໃຈ ແລະຕ້ອງການໃຜຈັກຄົນມາເປັນທີ່ເພິ່ງໃນຊ່ສງວິກິດຂອງຊີວິດ ເຮົາຈຶ່ງຕ້ອງເຮັດຫນ້າທີ່ນີ້ໃຫ້ດີທີ່ສຸດ ປະສານງານທຸກຝ່າຍໃຫ້ດີທີ່ສຸດ ເພື່ອການປິ່ນປົວທີ່ຖືກຈຸດແລະວ່ອງໄວທີ່ສຸດນາງແຫມ່ນກ່າວປິດທ້າຍ

ຫລັກການເຮັດວຽກ ທີ່ຖືເປັນສໍາຄັນໃນຕໍ່າແຫນ່ງ Nurse Navigator
            “ໃນທຸກມື້ທີ່ແຫມ່ມຕື່ນຂື້ນມາ ແຫມ່ມຄິດວ່າມັນຄື ຄວາມທ້າທາຍ ເຮົາຈະຄິດສະເຫມີວ່າ ມື້ນີ້ຈະມີເຄສຫຍັງມາໃຫ້ເຮົາແກ້ບັນຫາແດ່ ແລະພໍຈົບວັນ ແຫມ່ມຈະມານັ່ງທົບທວນວ່າມື້ນີ້ມີເຫດການຫຍັງເກີດຂື້ນແດ່ ມີຫຍັງທີ່ເຮົາຕ້ອງປັບປຸງຫລືບໍ່ ຫລືມີຫຍັງທີ່ຈະເຮັດໃຫ້ໄດ້ດີກວ່ານີ້ເຕັມທີ່ກວ່ານີ້ຫລືບໍ່ ຖ້າຖາມວ່າທຸກມື້ເມື່ອຍບໍ່ ກັບຫນ້າທີ່ Nurse Navigator ກໍ່ຍອມຮັບວ່າເມື່ອຍຄືກັນ ແຕ່ເມື່ອມອງຍ້ອນກັບໄປ ແລ້ວເຮົາເຫັນວ່າ ຄົນເຈັບທີ່ເຮົາເບິ່ງແຍ່ງ ເຂົາອາການດີຂື້ນ ປອດໄພ ແລະໄດ້ຮັບການປິ່ນປົວຢ່າງທັນເວລາ ເຮົາກໍ່ໂລ່ງໃຈແລະເຊົາເມື່ອຍ ”

 
For more information please contact:

Related Packages

Related Health Blogs